ແມ່ ໂດຍ ຄໍາສັບລາວ 10/07/2021 171 1. ນ. ຍິງຜູ້ໃຫ້ກຳເນີດແກ່ລູກ, ຄຳທີ່ໃຊ້ຮ້ອງຜູ້ຍິງທີ່ໃຫກຳເນີດຕົນ, ເປັນຄຳຮ້ອງຮຽກຄົນຜູ້ຍິງທົ່ວໄປວ່າ ແມ່ຍິງ. 2. ນ. ເອີ້ນສັດທີ່ມີເພດກົງກັບຕົວຜູ້ວ່າແມ່ ດັ່ງແມ່ໄກ່, ມ້າແມ່, ໝູແມ່ ເອີ້ນຍິງຜູ້ເຮັດການບາງຍ່າງວ່າແມ່ ດັ່ງຄ້າຂາຍວ່າແມ່ຄ້າ ແມ່ຄົວ ແມ່ເຮືອນ ເອີ້ນຄົນຜູ້ເປັນຫົວໜ້າວ່າແມ່ ດັ່ງແມ່ທັບ ແມ່ກອງ, ເອີ້ນໄມ້ທີ່ເປັນໃຫຍ່ ແລະພາໃຫ້ແຂງໃນສ່ວນຕ່າງໆວ່າແມ່ ດັ່ງ ແມ່ຄັນໄດ ແມ່ຄົກ ເປັນຕົ້ນ. 3. ວ. ເປັນໃຫຍ່ແລະແຂງດັ່ງແມ່ທັບ ແມ່ຄັນໄດເປັນຕົ້ນ. 0 FacebookTwitterWhatsappLINEEmail