ແກ້ວ

ໂດຍ ຄໍາສັບລາວ

1 ນ. ສ່ວນໃສໆຂອງໜ່ວຍຕາ ເອີ້ນແກ້ວຕາ ແລະ ເອີ້ນຄົນທີ່ຮັກວ່າ ແກ້ວຕາ.

2 ນ. ຊື່ນົກແນວໜຶ່ງຂົນຂຽວ ສົບດຳກໍ່ມີ , ສອນໃຫ້ເວົ້າພາສາຄົນໄດ້ ເອີ້ນ ນົກແກ້ວ ນົກແຂກ ກໍ່ວ່າ.

3 ນ. ຊື່ປາແນວໜຶ່ງ ຕົວນ້ອຍໆ ສີໃສ ໃຫຍ່ຂະໜາດປາຊິວ ເອີ້ນປາແກ້ວ.

4 ນ. ພະລັດຕະນະໄຕ ຄື ພະພຸດ, ພະທຳ, ພະສົງ ແຕ່ລະຢ່າງເອີ້ນ ແກ້ວ ເຊັ່ນ ພຸດທະລັດຕະນັງແກ້ວ ຄືພະພຸດ, ທຳມະລັດຕະນັງແກ້ວ ຄືພະທຳ, ສັງຄະລັດຕະນັງແກ້ວ ຄືພະສົງ.

5 ນ. ແກ້ວທີ່ເກີດຈາກຫີນ ເອົາຫີນມາເຈຍລະໄນໃຫ້ເປັນແກ້ວ ເມື່ອເຈຍລະໄນແລ້ວ ມີລາຄາແພງ ເອົາໄປເປັນເຄື່ອງປະດັບຕົກແຕ່ງ ກໍ່ຖືກັນວ່າງາມ ແກ້ວນັ້ນມີຫຼາຍຊະນິດ ຄື ແກ້ວມະນີ, ແກ້ວໄພທູນ, ແກ້ວມະຫານນິນ, ແກ້ວພິລາ, ແກ້ວມຸກດາ, ແກ້ວມໍລະກົດ, ແກ້ວວິຊຽນ, ແກ້ວມະນີໂຊດ, ແກ້ວມະນີໂຊດຖືເປັນແກ້ວຊັ້ນສູງ ຫຼື ແກ້ວນ້ຳໜຶ່ງ ຢ່າງວ່າ “ມະນີໂຊແກ້ວ ມະຫານິນລູກປະເສີດ ບໍ່ມີຄຳຫໍ່ຫຸ້ມ ມະນີແກ້ວກໍ່ເລົ່າຈາງ” (ລຶບ).

6 ນ. ຄົນທີມີຄຸນຄ່າແກ່ສັງຄົມ ເອີ້ນແກ້ວເຊັ່ນ ນາງກແກ້ວ ຂຸນພົນແກ້ວ ຂຸນຄັງແກ້ວ…

7 ນ. ສັດທີ່ມີຄຸນຄ່າແກ່ພະລາຊາ ມະຫາກະສັດ ໃນສະໄໝບູຮານ ເຊັ່ນ ຊ້າງ, ມ້າ ເອີ້ນ ຊ້າງແກ້ວ, ມ້າແກ້ວ.

8 ວ. ປະເສີດ, ກ້າຫານ, ດີ, ສ່ອງໃສ, ຂາວ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!