ເຂົ້າ

ໂດຍ ຄໍາສັບລາວ

1 ນ. ວັດຖຸທີ່ເປັນອາຫານຂອງມະນຸດເປັນເມັດໆ ມີສອງປະເພດ ຄື ເຂົ້າເຈົ້າ ແລະ ເຂົ້າໜຽວ. ເຂົ້າໜຽວມີຫຼາຍຊະນິດ ຄື ເຂົ້າປ້ອງແອວ, ເຂົ້າອີ່ຂາວໃຫຍ່, ອີ່ຂາວນ້ອຍ, ເຂົ້າກ້ານພ້າວ, ເຂົ້າຂີ້ຕົມ, ເຂົ້າໝາກຂາມ, ເຂົ້າປາກມ້າ, ເຂົ້າດອກຕິ້ວ … ເຂົ້າເຈົ້າມີຄື: ເຂົ້າຈ້າວໝາກໄຟ, ເຂົ້າອີ່ໂງ້ງ, ເຂົ້າຮາກໄຜ່, ເຂົ້າຈ້າວຂາວນ້ອຍ, ເຂົ້າຈ້າວຫອມລາຍ …

2 ນ. ປະເພດຂອງເຂົ້າ ເຂົ້າທີ່ສຸກຊ້າ ເອີ້ນ ເຂົ້າງັນ, ເຂົ້າສຸກໄວ ເອີ້ນ ເຂົ້າດໍ, ເຂົ້າທີ່ສຸກບໍ່ໄວບໍ່ຊ້າ ເອີ້ນ ເຂົ້າກາງ.

3 ກ. ເຂົ້າໄປ, ບໍ່ອອກມາ, ການເຂົ້າໄປໃນສະຖານທີ່ ຫຼື ເຂົ້າໄປຫາບຸກຄົນ ເອີ້ນ ເຂົ້າ ຢ່າງວ່າ “ເມື່ອນັ້ນນ້ອງທ່ານເຂົ້າຄຸງພີ່ພັນແຂນ ເລັງໂຍຍັງ ຮຸ່ງຄີຄອຍນ້ອງ ນັ້ນບໍ” (ສິນ).

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!