ຫອມ ໂດຍ ຄໍາສັບລາວ 12/07/2021 283 1 ວ. ກິ່ນຢ່າງໜື່ງ ກົງກັນກັບກິ່ນເໝັນ ເອີ້ນ ກິ່ນຫອມ. 2 ກ. ຮັກ. ແພງ, ສະຫງວນ, ຮັກສາ. 3 ນ. ຊື່ກ້ວຍແນວໜື່ງ ເອີ້ນກ້ວຍຫອມ, ຊື່ພັກຈຳພວກໜື່ງ ໃຊ້ປະສົມອາຫານ ມີຫຼາຍແນວ ຄື ຫອມກະທຽມ ຫອມບົ່ວ, ຫອມຫໍ້, ຫອມຈີນ ເປັນຕົ້ນ. 4 ກ. ທະນຸຖະໜອມ ດັ່ງວ່າ “ຍູ່ທ່າງຫອມກຸນມານໃຫ່ຍສູງສອນໜ້າ” (ສິນ). 5 ກ. ນຳພາ, ເປັນຫົວໜ້າພາໄປພາມາ ດັ່ງວ່າ “ຄິດເມື່ອຍາມຍັງພາຫໍ່ຫອມເດີນດັ້ນ” (ສິນ); “ຫອມຜົົນຜ້າຍເວຫາຫຼາຍຫຼັ່ນ ຂວ້ານປ່າໄມ້ ໄພກວ້າງລ່ວງມາ” (ສິນ). 6 ກ. ເຕົ້າໂຮມກກຳລັງ, ເຕົ້າໂຮມພົນ ດັ່ງວ່າ “ກໍ່ຈິ່ງວາງຫົນຫ້ອງຫອມພົນ ເດີນດຸ່ງ” (ສິນ). 0 FacebookTwitterWhatsappLINEEmail