ສວຍ

ໂດຍ ຄໍາສັບລາວ

1 ນ. ເຄື່ອງໃສຫຼອດ ສຳລັບຕ່ຳຫູກ ຮູບຄືເຮືອ ກ້ານສວຍ ຫຼື ກະສວຍກໍ່ວ່າ.

2 ວ. ງາມ, ຈົບ.

3 ກ. ຖືເອົາຟ້າວໆ,​ ຟ້າວເອົາ ດັ່ງວ່າ: “ພະກໍ່ສວຍຈັກແກ້ວ ກອຍໃຈຈອນເມກ” (ສິນໄຊ).

4 ນ. ເວລາກາງເວັນ, ເວລາຕາເວັນຂຶ້ນສູງ ຈົນເຖິງຍາມຄ່ຳ,​ ສວາຍກໍ່ວ່າ.

5 ວ. ຂຶ້ນສູງ, ສວາຍກໍ່ວ່າ.

6 ກ. ສຽດສີ ດັ່ງວ່າ “ບໍ່ແມ່ນສວຍສີໃຜ ສະໜອຍພໍພຽງໜ້ອຍ” (ລຶບພະສູນ).

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!