ລໍາ ໂດຍ ຄໍາສັບລາວ 12/07/2021 273 1 ນ. ໜັງສືຜູກ, ໜັງສືໃບລານ, ທີ່ຈານຫຼືຂຽນດ້ວຍທຳ ຫຼື ຕົວອັກສອນລາວບູຮານ ຮຽກໜັງສືລໍາ ເປັນເລື່ອງຍາວ ເຊັ່ນ ລໍາສິນໄຊ, ລຳກາລະເກດ, ລໍາແຕງອ່ອນ, ລໍ້າໜ້າຜາກໄກກະດົ້ນ, ລໍາຈຳປາສີຕົ້ນ ເປັນຕົ້ນ. 2 ນ. ຮຽກຊື່ໄມ້ຕ່າງໆວ່າ ລໍາ ເຊັ່ນ ລໍາກ້ວຍ, ລໍາອ້ອຍ, ລໍາໄມ້ໄຜ່ ຫຼື ເຮືອ ວ່າລໍາເຮືອ ເປັນຕົ້ນ. 3 ວ. ສວຍງາມຮຽກລໍາ ດັ່ງວ່າ “ເປັນແຖວຖ້ອງ ຂຽວລໍ່າດູລໍາ” (ກາ). 4 ວ. ທີ່ມີລົດແຊບນົວ (ບາງທ້ອງແຊບນົວວ່າລໍາ) ດັ່ງວ່າ “ກູຈັກກິນອີ່ມທ້ອງ ເພິງຊ້ອຍແຊບລໍາແທ້ແລ້ວ” (ໜ້າຜາກ). 5 ນ. ຮຽກຊື່ຍັກຕົວໜຶ່ງໆວ່າ ລໍາ ດັ່ງວ່າ “ມານມາມ່ວນ ສີ່ລໍາລະວັງເຈົ້າ ເຂົາຖາມຊັ້ນ ຊາຍຮາມຮຽງຊື່ ໃດນັ້ນ” (ສິນ); “ປາຖະໜາເອົາໄດ້ ຊາຍລໍາລິດທີ່ມາກ” (ສິນ). 6 ນ. ການຂັບຮ້ອງພື້ນເມືອງ ອັນດັ້ງເດີມຂອງລາວຢ່າງໜຶ່ງ ມີດົນຕີ ຄືແຄນເປັນເຄື່ອງປະກອບຮຽກລໍາ ມີຫຼາຍຢ່າງຕ່າງໆກັນ ລໍາສີພັນດອນ,ລໍາສາລະວັນ, ລໍາຄອນສະຫວັນ ແລະອື່ນໆ. 0 FacebookTwitterWhatsappLINEEmail