ລວງ ໂດຍ ຄໍາສັບລາວ 12/07/2021 338 1 ນ. ຝາເຜືອກສຳລັບກັ້ນລັດເອົາປາຮຽກ ລວງຕ້ອນ, ເບົາ, ຫຍາບ, ລະອຽດຮຽກລວງ ດັ່ງວ່າ “ເຂົາກໍ່ຄິດໄຄ່ໄດ້ດອມເຈົ້າຊູ່ລວງ” (ກາ). 2 ນ. ນາງເງືອກ, ນາງນາກ ເອີ້ນວ່າ ນາງລວງ ດັ່ງວ່າ “ພໍເມື່ອສາຄອນບ້ານາງລວງລືມເພດ ເທືອງໜ່າຍໜ້າແໜງຊໍ້າສົ່ງໜີ” (ຂຸນທຶງ). 3 ກ. ຫຼອກລໍ້, ຍົວະເຍົ້າໃຫ້ເສຍຄົນ ຕົວະໄປໃນທາງບໍ່ດີ ດັ່ງວ່າ “ອັນນີ້ຈັກແມ່ນເທບວະດາດ້າວ ແດນໃດລວງລໍ່ກູລືເມື່ອບໍ່ຕ້ານໄຕ່ຖ້ອຍ ດີຮ້າຍກໍ່ບໍ່ເຫັນ ແທ້ແລ້ວ” (ສິນ). 0 FacebookTwitterWhatsappLINEEmail