ຢ້ຽມ

ໂດຍ ຄໍາສັບລາວ

1 ກ. ເບິ່ງ, ປ່ອນຫົວອອກເບິ່ງ, ສ່ອງເບິ່ງ ຢ່າງວ່າ “ພູມີຢ້ຽມພຶງຄະນາຊ້າງຖ່າວເຂົາແລ່ນລົ້ນລົງພ້ອມເຜືອກສານ” (ສິນ).

2 ວ. ໄປມາຖາມຂ່າວກັນ ເອີ້ນໄປຢ້ຽມ.

3 ນ. ໜ້າຕ່າງ ເອີ້ນປ່ອງຢ້ຽມ ປ່ອງອ້ຽມ ກໍ່ວ່າ.

4 ວ. ຍິ່ງ, ເດັ່ນ, ເລີດ ຄົນທີ່ດີເດັ່ນ ເອີ້ນຄົນຢ້ຽມ ຍອດຢ້ຽມ ກໍ່ວ່າ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!