ມ່ານ

ໂດຍ ຄໍາສັບລາວ

1 ນ. ຜ້າກັ້ງ, ເຄື່ອງບັງທຳດ້ວຍຜ້າ ເອີ້ນຜ້າມານຢ່າງວ່າ “ລົດມ່ານກັ້ງ ນອນເທີງແທບນາງ” (ຜ້າແດງ).

2 ນ. ຊົນຊາດພະມ້າ ເອີ້ນ ມ່ານຢ່າງວ່າ “ໃນແດນຫໍ້ ຈີນຈາມເມືອງມ່ານ” (ກາ); “ເມັງຂາກ່ານ ມ່ານຂາລາຍ” (ກອນ).

3 ນ. ຊື່ເພງລະນາດຟາດຄ້ອງ ເພງໜື່ງເອີ້ນເພງມ່ານ ຫຼືຊັກມ່ານ ເປັນເພງເສບ ກ່ອນຈະເປີດສາກສະແດງລະຄອນ ຫຼືປືດຜ້າມ່ານກັ້ງ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!