ພຸ ໂດຍ ຄໍາສັບລາວ 09/07/2021 201 1 ນ. ຊື່ອາວຸດຢ່າງໜຶ່ງ ເຮັດດ້ວຍບັ້ງໄມ້ປ່ອງ ຍາວປະມານ 2-3 ວາ ລູກເຮັດດ້ວຍໄມ້ປ່ອງ ຢູ່ທາງກົ້ນລູກພຸນັ້ນ ເອົານຸ່ນພັນເວລາຊິຍິງ ເອົາລູກຍັດເຂົ້າຮູບັ້ງພຸແລ້ວໃຊ້ລົມປາກຍິງ. 2 ນ. ບ່ອນນ້ຳແຕກຟົ້ງຂື້ນຢູ່ແກ້ງ, ຢູ່ເວີນຫວັ່ນເປັນຂັນໂຂ ເພາະກຳລັງຂອງນ້ຳໄຫຼ່ແຮງ ເອີ້ນ ພຸ. 3 ວ. ຜົງ ບໍ່ໜຽວຕິດກັນ. 4 ນ. ຊື່ບັ້ງໄຟແນວໜຶ່ງ ຈູດໃຫ້ມີສຽງດັງ ແລະ ມີລູກຟົ້ງຂື້ນເປັນສີງາມ ເອີ້ນ ບັ້ງໄຟພຸ. 0 FacebookTwitterWhatsappLINEEmail