ພານ

ໂດຍ ຄໍາສັບລາວ

1 ວ. (ປ.) ໂງ່, ຊົ່ວ, ບໍ່ດີ, ຮ້າຍ ດັ່ງວ່າ “ຄົບຄົນພານ ພາໄປຫາຜິດ ຄົບບັນດິດພາໄປຫາຖືກ” (ພາສິດ). 2 ນ. ຊື່ພາຊະນະຊະນິດໜຶ່ງ ມີຕີນສູງປາກກວ້າງກົ້ນຕື້ນ ແອວເປັນຮູບແອວຂັນ ເອີ້ນວ່າ ພາພານ. 3 ນ. ພາຊະນະທີ່ຕີ ຫຼືຫຼໍ່ດ້ວຍຄຳ ເອີ້ນພານຄຳ ດັ່ງວ່າ “ພ້ອມພາບມ້ຽນ ຍໍໃສ່ພານຄຳ” 4 ກ. ຕຳ, ຜ່າ, ຜິດ, ກໍ່ໃຫ້ເກີດເຫດ, ພັດ, ປະທະ, ແຕະຕ້ອງ ດັ່ງວ່າ “ຟັງຍິນລົມພານພັດ ຟາດຮຽວໄຮຊ້າຍ” (ສິນ), “ຄືດັ່ງລົມລວ່ງຕ້ອງ ພານພື້ນແຜ່ນໄຕ” (ກາ). 5 ນ. ຄົນຜູ້ມີອາຊີບໃນການຫາລ່າເນື້ອຍິງສັດ ຫຼືຫາປາ ຮຽກວ່າ ນາຍພານ. 6 ກ. ພົບ, ປະສົບ, ພໍ້, ເຫັນ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!