ພອນ

ໂດຍ ຄໍາສັບລາວ

1 ນ. ຊື່ປາຊະນິດໜຶ່ງ ເປັນປາເກັດສີຂາວ, ໂຕໃຫຍ່ ເກັດອອກແດງໜ້ອຍໜຶ່ງອາໃສຢູ່ຕາມລຳແມ່ນ້ຳຂອງ ຮຽກປາພອນ ເປັນປາທີ່ມີລາຄາແພງ ເພາະຊີ້ນຂອງມັນເຮັດອາຫານແຊບຫຼາຍ.

2 ວ. ຂາວ, ເຜືອກ, ຊ້າງຂວ ຮຽກຊ້າງພອນ ຫຼືຊ້າງເຜືອກ, ມ້າຂາວ ຮຽກມ້າພອນດັ່ງວ່າ “ແລ້ວປ່າວໃຫ້ແຕ່ງຕ້ອນທຸກຂອບຂຸນກວານ ຮົມໆສຽງລາວພອນໝື່ນຕົວເຕັມເຕົ້າ” (ສິນ).

3 ນ. ພັງພອນ, ຈອນພອນ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!