ບາດ

ໂດຍ ຄໍາສັບລາວ

1 ນ. ພະພຸດທະພົດ ຫຼືຄຳເວົ້າຂອງພະພຸດທະເຈົ້າ ຮຽກ ປາຖະ ຫຼື ບາດ ດັ່ງວ່າ “ສະຫວັດສະດີນ້ອມ ໃນທຳພຸດທະບາດ ຄຸນພະຍົກໃສ່ເກົ້າ ຊຸລີລ້ຳຍອດຍານ” (ສິນ). 2 ນ. ແຜ, ຮອຍບາດທີ່ເກີດຈາມີດ, ແກ້ວ ຫຼືຂອງມີຄົມອື່ນໆ ດັ່ງວ່າ “ຄວາຍບາດແຫະກາ ໝາບາດແຫະແມງວັນ” (ພາສິດ). 3 ວ. ຂັດໃຈ, ບາດໝາງໃຈ, ຂັດຕາຮຽກບາດຕາ. 4 ວ. ຄາວ, ຄັ້ງ, ເວລາ ດັ່ງວ່າ “ເຮືອຫຼົ້ມບາດຈອດ ຕາບອດບາດເຖົ້າ” (ພາສິດ). 5 ກ. ຕົກ, ຕົກໄປ ເຊັ່ນ ອະສຸນິບາດ ໝາຍເຖິງ ຟ້າຜ່າ, ພະວັງຄະບາດ ໝາຍເຖິງ ຈິດຕົກພະວັງ. 6 ນ. ພາຊະນະສຳລັບຮັບເອົາອາຫານຂອງພະພິຂຸ ດັ່ງວ່າ “ເຂົາກໍ່ສົນໆເຂົ້າຍາຄູໃສ່ບາດ ມະຫາເຖນລາຊະເຈົ້າ ແລແລ້ວລວດກະສັນ” (ສິນ). 7 ນ. ເທົ້າ, ຕີນ, ມາດຕາເງິນສີ່ສະຫຼຶງ ຫຼືຮ້ອຍສະຕາງ ຮຽກບາດ (ເງິນໄທ). 8 ນ. ສ່ວນໜຶ່ງຂອງບົດກອນ ເຊັ່ນບົກກອນໜຶ່ງມີສີ່ບາດ ຫຼືຫຼາຍກ່ວາສີ່ບາດ ແລະ ບາດໜຶ່ງມີສີ່ວັກ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!