ນິນ-ນິນລະ ໂດຍ ຄໍາສັບລາວ 07/07/2021 177 1 ວ. ແຫຼ້, ສີແຫຼ້, ສີຂຽວນິນ ຢ່າງວ່າ “ຫຼີງລຳໄມ້ຊ້ອງຊໍ່ຂຽວນິນ”. 2 ນ. ບົວຂາບ ຢ່າງວ່າ “ຜິວຜາງເນື້ອນີລຸບົນບານແບ່ງ ຄີງຮາບກ້ຽງງາມລະຫ້ອຍດັ່ງຂຽວ” (ສີນ); ດອກບົວແຫຼ້ ກໍ່ວ່າ. 3 ນ. ຊື່ປາແນວໜື່ງ ເປັນປາເກັດ ຮູບຮ່າງຄ້າຍຄືປາເຂັງ ແຕ່ໂຕໃຫ່ຍ ໂຕສີຂຽວປົນນ້ຳຕານ ມີຈຸດສີດຳທີ່ແກ້ມທັງສອງຂ້າງ ເປັນປາທີ່ຄົນມັກລ້ຽງ ເອີ້ນປານິນ. 4 ນ. (ປ.) ແກ້ວຢ່າງດີສີດຳເຫຼື້ອມ, ສີດຳສີແຫຼ້. 0 FacebookTwitterWhatsappLINEEmail