ນາດ ໂດຍ ຄໍາສັບລາວ 07/07/2021 159 1 ນ. (ປ.) ນາງລະຄອນ, ນາງຟ້ອນ ຄຳນີ້ເຮົາໝາຍວ່າ ນາງ, ນາງງາມ ໃຊ້ປະກອບຄຳອື່ນ ເຊັ່ນ ນາດນ້ອງ ແຕ່ສ່ວນຫຼາຍອອກວສຽງເປັນນາດທະນ້ອງ. 2 ນ. (ປ.) ທີ່ເພີ່ງ, ຜູ້ເປັນທີ່ເພີ່ງ, ຄຳນີ້ໃຊ້ປະກອບຄຳອື່ນ ເຊັ່ນໂລກະນາດຜູ້ເປັນທີ່ເພີ່ງຂອງໂລກ ໝາຍເອົາພະພູດທະເຈົ້າ ພູວະນາດ ຜູ້ເປັນທີ່ເພີ່ງຂອງແຜ່ນດິນ ເປັນຕົ້ນ. 3 ນ. ສຽງສະໝັ່ນ, ສຽງກຳຮາບ, ສຽງຟົດສະໝັ່ນ ມາຈາກປາລິວ່າ ນາທະ ເຊັ່ນ ສີຫະນາທະ ສຽງກຳຮາບຂອງລາຊະສີີ. 0 FacebookTwitterWhatsappLINEEmail