ນາງ ໂດຍ ຄໍາສັບລາວ 07/07/2021 287 1 ນ. ເປັນຄຳຢູ່ໜ້ານາມເພດຍິ່ງທົ່ວໄປວ່າ ນາງ ເຊັ່ນ ນາງມະທີ ນາງອະມິດຕະຕາ ນາງສີສຸພັນນະຜຸດສະດີ, ນາງສີສຸພັນນະກັນລະຍາ ເປັນຕົ້ນ. 2 ນ. ເປັນຄຳຮຽກງ່າໄມ້ທີ່ປົ່ງໃໝ່ໆ ແລະ ຍັງອ່ອນຢູ່ ເຊັ່ນ ໜໍ່ໄມ້ທີ່ຍັງບໍ່ທັນພົ້ນດິນ ເອີ້ນ ໜໍ່ໄມ້ນາງດີນ, ງ່າ ຫຼື ກິ່ງໄມ້ທີ່ຍັງອ່ອນ ເອີ້ນນາງ ເຊັ່ນ ນາງຈິກ ນາງຮັງ ນາງດູ່ ເປັນຕົ້ນ. 3 ນ. ເປັນຄຳຮຽກສັດຈຳພວກແມງຕ່າງໆ ຫຼື ບົ້ງທີ່ກຳລັງປົ່ງປິກ ແຕ່ຍັງອ່ອນຢູ່ ວ່າ ເປັນນາງ ດັ່ງລູກຕໍ່ລູກແຕນ ເປັນຕົ້ນ. 4 ສ. ໃຊ້ຮຽກເດັກນ້ອຍຜູ້ຍິງ ດ້ວຍຄວາມອີດູວ່າ ນາງນັ້ນນາງນີ້ ແລະ ຮຽກສັດທີ່ມີແຕ່ຕົວແມ່ວ່າ ນາງນີ ນາງຊະນີ ນາງທະນີ ເປັນຕົ້ນ. 5 ນ. ຊື່ປານ້ອຍເນື້ອອ່ອນແນວໜຶ່ງ ບໍ່ມີເກັດວ່າປານາງ. 0 FacebookTwitterWhatsappLINEEmail