ນາຄະ ໂດຍ ຄໍາສັບລາວ 07/07/2021 222 1 ນ. (ປ.) ງູໃຫຍ່ມີຫອນ ເປັນສັດໃນນິທານວັນນະຄະດີລາວ (ນາຄະ ຄຳນີ້ຖ້າຢູ່ທ້າຍຄຳອື່ນ ອອກສຽງວ່ານາກ) ຢ່າງວ່າ “ນາກຄາບໄດ້ພີເສດສອນສະເດັດ ພົງພັນໄຫຼຫຼັ່ງດອມໂດຍລ້ານ” (ສິນ). (ນາຄະ ຫຼືນາກແມ່ນຄຳປາລີ ຄຳລາວເອີ້ນລວງ ຄຳວ່ານາຄະກັບລວງ ໝາຍເອົາສັດແນວດຽວກັນ). 2 ນ. ຊ້າງ, ໄມ້ກາກະທິງ ຢ່າງວ່າ “ເປັນດັ່ງນາໂຄຊ້າງ ພາຍສານສັດໃຫຍ່ ຕາຍຍ້ອນມົດແດງຕົວນ້ອຍໆ ແນວນັ້ນກໍ່ຫາກມີ” (ກອນ). 3 ນ. (ປ.) ຜູ້ປະເສີດ, ຜູ້ບໍ່ທຳບາບ ເຊັ່ນ ພະພຸດທະເຈົ້າ ເປັນຕົ້ນ. 4 ນ. (ປ.) ຄົນຜູ້ກຳລັງຈະບວດເປັນພິກຂຸ ເອີ້ນນາຄະ ຫຼື ນາກ. 0 FacebookTwitterWhatsappLINEEmail