ທ່ຽງ ໂດຍ ຄໍາສັບລາວ 07/07/2021 166 1 ນ. ເຄິ່ງຂອງເວລາກາງວັນ ແລະ ກາງຄືນ, ກາງວັນເອີ້ນທ່ຽງວັນ ກາງຄືນເອີ້ນທ່ຽງຄືນ. 2 ວ. ຕົງ, ແນ່ນອນ ສິ່ງທີ່ທ່ຽງຕົງ ແລະ ແນ່ນອນ ບູຮານໝາຍເອົາພະນິບພານ ຢ່າງວ່າ “ໂລກບໍ່ມີທ່ຽງໝັ້ນ ຄືດັ່ງນີລະພານ” (ກອນ). 3 ວ. ຊັນ, ບໍ່ຫວັ່ນໄຫວ, ບໍ່ເນີ້ງ, ບໍ່ເຂົ້າພຸ້ນເຂົ້າພີ້, ບໍ່່ບ່ຽງບໍ່ລ້ຽວ, ຄັດເຄັ່ງຕາມລະບຽບ, ແນ່ນອນ, ໝັ້ນຍືນ. 0 FacebookTwitterWhatsappLINEEmail