ທຸ່ມ ໂດຍ ຄໍາສັບລາວ 07/07/2021 193 1 ກ. ເນືອງນອງ, ນ້ຳຕາໄຫຼ ເພາະຈະໄດ້ພັດພາກຈາກກັນ ຢ່າງວ່າ “ໄນຍະເນດນ້ຳ ນອງທຸ່ມທັງສອງ ລູກຈັກໄກກູ ພັດພາກໄປວັນນີ້ ແລນໍ” (ສິນ). 2 ກ. ເຕັມ, ລົ້ນ ຢ່າງວ່າ “ຄົນຕາຍລົ້ນກອງກັນດາໄຂວ່ ເລືອດທຸ່ມລົ້ນນາກວ້າງພ່ຳແດງ” (ຮຸ່ງ). 3 ກ. ຖ້ວມ ຢ່າວ່າ “ປາກເປົ່ານ້ຳນອງໜ້າ ທຸ່ມສະເໝນ” (ກາ). 4 ກ. ຕີກອງນ້ຳ ຢ່າງວ່າ “ບາງພ່ອງທວາຍທຸ່ມນ້ຳ ດັງກ້ອງດັ່ງກອງ” (ສິນ), ຕີນ້ຳໃຫ້ດັງກໍ່ແມ່ນ. 5 ກ. ບຸກລຸກ ຢ່າງວ່າ “ຍັງເບົ່າມີຄຳໄຂ້ ການໃດໂພຍພະຍາດ ເຖິງນັ້ນ ເທົ່າວ່າ ເສິກທຸ່ມຂ້ອນ ຊຽງລ້ານລ່ວງເມົາ” (ຮຸ່ງ). 6 ກ. ພັດ ຢ່າງວ່າ “ບັດນີ້ນ້ຳທຸ່ມທ້າວ ເມືອປ່ອງແປວສະໝຸດ” (ສິນ). 0 FacebookTwitterWhatsappLINEEmail