ທະນູ ໂດຍ ຄໍາສັບລາວ 07/07/2021 219 1. ທະນູ, ໜ້າທະນູ, ໜ້າທື້ນ, ຊື່ອາວຸດແນວໜຶ່ງຂອງຄົນບູຮານ ສຳລັບໃຊ້ຍິງຂ້າເສິກ ຫຼືສັດຕ່າງໆ ມີແມ່ທະນູ, ຄັນທະນູ, ລູກທະນູ ເປັນຕົ້ນ. 2 ນ. ຊື່ດາວລືກອະນຸລາດ ຫຼືດາວຫ່າວ, ເດືອນອ້າຍ. 3 ນ. ເຄື່ອງຕິດຫົວວ່າວແນວໜຶ່ງມີຄັນຄ້າຍຄືທະນູ ໃບທະນູໃຊ້ຫວາຍ, ໃບລານ ໃບຕານ ຫຼືໃບພ້າວກໍ່ໄດ້ ຜູກປາຍທັງສອງຂ້າງດ້ວຍເຊືອກໄໝໃສ່ຕິດຫົວວ່າວ ເມື່ອລົມພັດທະນູຈະມີສຽງດັງມ່ວນເອີ້ນທະນູວ່າວ. 4 ນ. ຮູບງົວທີ່ປັ້ນດ້ວຍຂີ້ເຜິ້ງ ຫຼືຫຼໍ່ຫຼອມດ້ວຍທອງ ເງິນ ຄຳ ກໍ່ໄດ້ ແລ້ວເສກຄາຖາໃສ່ ເພື່ອໃຫ້ໄປທຳຮ້າຍແກ່ພວກຜີຮ້າຍຕ່າງໆ ຫຼືທຳຮ້າຍຜີປອບ ຫຼືຄົນເປັນປອບ ເປັນຕົ້ນ ເອີ້ນງົວທະນູ. 5 ນ. ລູກທະນູທີ່ເຮັດດ້ວຍດູກໄກ່ໃຫ້ແຫຼມ ແລ້ວມັດຕິດກັບໄມ້ໄຜ່ ຍິງໄປຄືທະນູທຳມະດາ ບູຮານເອີ້ນ ທະນູເຫມ. 6 ນ. ທະນູທີ່ມີຄັນ ສາຍ ແລະ ລູກແຕ່ບໍ່ມີແມ່ທະນູ ເວລາຍິງໃຊ້ມືຈັບສາຍກົ່ງຍິງໄປ ທະນູແນວນີ້ ເອີ້ນ ທະນູໜ້າຈ້າງ. 0 FacebookTwitterWhatsappLINEEmail