ຕົ້ມ

ໂດຍ ຄໍາສັບລາວ

1 ກ. ເຮັດໃຫ້ຮ້ອນ, ເຮັດໃຫ້ຟົດໂດຍອາໄສຄວາມຮ້ອນ, ເຮັດໃຫ້ສຸກດ້ວຍນໍ້າຮ້ອນ ເຊັ່ນ ຕົ້ມໄກ່, ຕົ້ມປາ, ຕົ້ມເງິນ, ຕົ້ມຄຳ ເປັນຕົ້ນ. 2 ກ. ເຮັດໃຫ້ສະອາດ ເຊັ່ນ ຕົ້ມຜ້າ, ຕົ້ມເງິນ, ຕົ້ມຄຳ ເປັນຕົ້ນ. 3 ນ. ຊື່ເຂົ້າໜົມແນວໜຶ່ງ ເຮັດດ້ວຍເຂົ້າໜຽວ ຫໍ່ໃບຕອງກ້ວຍ ມັດດ້ວຍຕອກ, ຖ້າມັດຕິດກັນສອງຫໍ່ຂຶ້ນໄປ ເອີ້ນໜຶ່ງໂຄມ ແລ້ວເອົາໄປຕົ້ມໃຫ້ສຸກ ເອີ້ນເຂົ້າຕົ້ມ. 4 ກ. ຫຼອກຫຼວງເອົາຂອງຜູ້ອື່ນ ມາເປັນຂອງຕົນ, ຕົວະຍົວະເອົາຂອງຜູ້ອື່ນ ເອີ້ນຕົ້ມ ຢ່າງວ່າ “ລາງເຖົ້າໂມໂຫຮ້າຍເຫຼືອຕາຍຕັ້ງແຕ່ຈົ່ມ ບໍ່ທັນຄຶດຖີ່ຖວ້ນກຸມຕົ້ມຕັ້ງແຕ່ຫຼານ”.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!