ດວງ ໂດຍ ຄໍາສັບລາວ 06/07/2021 170 1 ນ. ຮູບ, ເປັນລັກສະນະນາມ ໃຊ້ເອີ້ນສິ່ງທີ່ເປັນຮູບມົນ, ຮອຍມົນ, ເປັນໜ່ວຍເປັນເຫຼັ້ມ ຫຼືບໍ່ມີຮູບກໍ່ໄດ້ ເຊັ່ນ ດວງດາວ, ດວງຕາ, ດວງໃຈ,ມິດສາມດວງ, ພ້າໜຶ່ງດວງ, ສຽມໜຶ່ງດວງ… 2 ນ. ເປັນຄຳ ເອີ້ນດອກໄມ້ວ່າດວງ ເຊັ່ນ ດວງຫອມ, ດອກດວງ…. 3 ວ. ຍອງ, ຈອມ, ຜູ້ເປັນຍອດ ຫຼືເປັນຈອມ ເອີ້ນດວງ ຢ່າງວ່າ “ແຕ່ນັ້ນດວງກະສັດໄທ້ ທົງເມືອງທ້າວຮູ່ງ” (ຮຸ່ງ). 4 ນ. ສານ, ຈົດໝາຍ, ໜັງສືກ້ານໜຶ່ງ, ໜັງສືສະບັບໜຶ່ງ ເອີ້ນດວງ ດັ່ງວ່າ “ດວງນີ້ ຊື່ວ່າບຸແຜ່ນທໍລະນີດັ້ນ ກຸມພະກອນກຳໂຮບ” (ລຶບ). 0 FacebookTwitterWhatsappLINEEmail