ຍັກ ໂດຍ ຄໍາສັບລາວ 05/07/2021 128 1 ກ. ຜູກ, ເຊັ່ນເອົາເຊືອກຜູກຄໍ ເອີ້ນຍັກຄໍ, ຜູກຂາເອີ້ນຍັກຂາ. 2 ກ. ເອົາບວ້ງທີ່ຮູດໄດ້ຄອ້ງແລ້ວດຶງຮັດເຂົ້າ ເຊັ່ນ ຍັກເຄົາເບັດ ເປັນຕົ້ນ. 3 ກ. ກັນເອົາໄວ້ເປັນສວ່ນຂອງຕົນ ເຊັ່ນ ຍັກໄວ້ພູດໜຶ່ງ. 4 ກ. ຊິດຂື້ນ ເຊັ່ນຍັກເບັດ ເປັນຕົ້ນ. 5 ນ. (ປ.) ອະມະນຸດພວກໜຶ່ງ ຕາມຄະຕິບູຮານກ່າວວ່າ ມີຕົນຕົວເໜືອມະນຸດ ຮູບຮ່າງດຳ ຜົມຫຍອງ ແຂ້ວໃຫຍ່ ມີລິດເຫາະໄດ້ ແລະ ມັກກິນຄົນ ແລະ ສັດດິບ ດັ່ງວ່າ “ດູລາຊາຍໂທນເຖົ້າຍັກໂຂຜີເຜດມຶງຫາກກົດວາດເວົ້າ ມິໄດ້ເວທະນາທ່ານເອີຍ” (ສິນ). 0 FacebookTwitterWhatsappLINEEmail