ຊົ່ວ

ໂດຍ ຄໍາສັບລາວ

1 ນ. ໄລຍະ, ເວລາ, ຄາວ, ຄັ້ງ ເຊັ່ນເວລາພໍເກີດ ເອີ້ນຊົ່ວພໍ່, ເວລາລູກເກີດ ເອີ້ນຊົ່ວລູກ, ເວລາຫຼານເກີດເອີ້ນຊົ່ວຫຼານ. 2 ວ. ບໍ່ດີ, ເສຍ, ໃຊ້ບໍ່ໄດ້, ບາບ ເຊັ່ນ ຄົນບໍ່ດີເອີ້ນຄົນຊົ່ວ ຫຼືຄົນມັກທຳຄວາມຊົ່ວ ເອີ້ນຄົນຊົ່ວ. 3 ນ. ຕະຫຼອດ, ສີ້ນ, ຕະຫຼອດວັນ ເອີ້ນຊົ່ວວັນ, ຕະຫຼອດຄືນ ເອີ້ນຊົ່ວຄືນ, ຕະຫຼອດເດືອນ, ຕະຫຼອດປີ ເອີ້ນຊົ່ວປີ, ຕະຫຼອດການເອີ້ນຊົ່ວຕະຫຼອດການ, ຕະຫຼອດອາຍຸເອີ້ນຊົ່ວອາຍຸ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!