ຈົກ

ໂດຍ ຄໍາສັບລາວ

1 ກ. ເອົາມືແຫຍ່ເຂົ້າໄປ, ເອົາມືແຫຍ່ເຂົ້າໄປໃນບ່ອນເປັນຮູ ຫຼື ເປັນປ່ອງ, ເອົາມືຍັດເຂົ້າໄປໃນຖົງ ເອີ້ນ ຈົກຖົງ, ເອົາມືເດ່ ເຂົ້າຕາ ເອີ້ນ ຈົກຕາ, ເອົາມືລ່ວງເຂົ້າໃນໄຫປາແດກ ເອີ້ນ ຈົກປາແດກ.

2 ນ. ເຄື່ອງມືຂຸດດິນແນວໜຶ່ງ ໃສ່ດ້າມຕາມທາງນອນ ເອີ້ນ ໝາກຈົກ.

3 ນ. ຊື່ຊົນຊາດໜຶ່ງ ເອີ້ນ ລາວຈົກ ຫຼື ລາວຈັກກະລາດ ຕາມພົງສາວະດານໂຍນົກກ່າວວ່າ ລາວຈົກເປັນຕົ້ນຕະກຸນຂອງຂຸນເຈືອງ ລຳດັບມາຈົນເຖິງພະຍາເມັງລາຍ ຜູ້ສ້າງນະຄອນຊຽງໃໝ່ ບາງທ່ານກໍ່ວ່າ ເປັນພວກອົບພະຍົບມາຈາກແຄວ້ນຈົກ ໃນປະເທດຈີນ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!