ງູ ໂດຍ ຄໍາສັບລາວ 02/07/2021 727 1. ຊື່ສັດເລືອຄານ ບໍ່ມີຕີນ ໂຕຍາວໄປດ້ວຍເອິກ ຫຼືບາງອ່ອນ ວ່າໄປດ້ວຍຫາງ ເອີ້ນງູ, ງູແບ່ງເປັນສອງຈຳພວກ ຄືພວກງູມີພິດ ແລະບໍ່ມີພິດ. ຈຳພວກມີພິດແມ່ນງູຈົງອາງ, ງູເຫົ່າ, ງູທຳທານ, ງູເພົາກະບາ, ງູສາງຮ່າ, ງູຫຼັກຄວາຍ, ງູງ້ວງກາງດົງ, ງູຂຽວຫາງແຫ້ມ, ງູຄ່ວງຄ້ອນ, ງູກ່ອມນາງນອນ … ຈຳພວກທີ່ບໍ່ມີພິດ ແມນງູເຫຼືອມ, ງູສາ, ງູສິງ, ງູປາ, ງູສິງເສື້ອ, ສິງດົງ, ສິງປວກ, ງູລາກເຊືອກ, ງູງວງຊ້າງ … 2 ນ. ຊື່ຫວ້ານແນວໜຶ່ງ ເອີ້ນຫວ້ານງູ ໃຊ້ຕຳປະສົມເຫຼົ້າ ໂພະປາກບາດ ທີ່ງູກັດເຮັດໃຫ້ພິດງູຫາຍໄປຢ່າງໄວວາ. 0 FacebookTwitterWhatsappLINEEmail