ງານ ໂດຍ ຄໍາສັບລາວ 02/07/2021 553 1 ກ. ໜ້າທີ່, ວຽກທີຕ້ອງເຮັດ ຫຼື ກິດຈະການທີ່ຕ້ອງທຳ ກິດຈະການທີ່ເປັນໜ້າທີ່ ເອີ້ນງານ, ງານແຍກອອກເປັນສາມງານ ຄື ງານເຮັດ ຫຼື ງານທຳ, ງານເວົ້າ, ງານນຶກ ຫຼືຄິດ, ວຽກກໍ່ວ່າ. 2 ນ. ມາດຕາວັດແທກພື້ນທີ່ນຶ່ງງານ ທໍ່ກັບໜຶ່ງຮ້ອຍຕາລາງວາ. 3 ກ. ເກະກະ, ຮະຮານ, ຂົ່ມເຫັງຄົນ ແກ້ງເຮັດໃຫ້ຜູ້ອື່ນຜິດໃຈ ເອີ້ນຄົນພາງານ, ພາໂລກໍ່ວ່າ ຢ່າງວ່າ “ພາໂລນີ້ ພາງານສອນຍາກ ເປັນດັ່ງໄມ້ທ່ອນຮ້າຍ ຕີຂີ້ໃສ່ໂຕ” (ພາສິດ) “ທິດແຮ່ງງານ ຈານແຮ່ງຮ້າຍ ຄົນດາຍໄຄແດ່” (ພາສິດ). 0 FacebookTwitterWhatsappLINEEmail