ຄຳ ໂດຍ ຄໍາສັບລາວ 02/07/2021 584 1 ກ. ເອົາມືລູບໄປມາ, ເອົາມືວາງແປະລົງຄ່ອຍໆ ເຊັ່ນ ຄຳເບິ່ງຄີງຄົນໄຂ້. 2 ນ. ແຮ່ທາດແນວໜຶ່ງ ສີເຫຼືອງບໍ່ເສົ້າ ເນື້ອອ່ອນ ໜຽວ ໃຊ້ເຮັດເຄື່ອງເອ້ ແລະ ມີຄ່າແພງ ເອີ້ນຄຳ. ຖ້າເປັນສີຂາວ ເອີ້ນຄຳດ້ວງ ຖ້າເປັນແຜ່ນໃຊ້ຕິດພະພຸດທະຮູບ ຫຼື ຕິດຕາມຝາປະຕູສິມ ແລະ ອື່ນໆ ເອີ້ນ ຄຳປິວ ຄຳທີ່ຖະຫຼຸງແລ້ວ ເອີ້ນຄຳຜາຍ, ແຮ່ຄຳທີ່ຍັງບໍ່ທັນຖະຫຼຸງ ເອີ້ນຄຳຜຸຍ ຄຳຜົງກໍ່ວ່າ. ຄຳສີເຫຼືອງ ເໝືອນດອກໝາກບວບ ເອີ້ນ ຄຳດອກບວບ. 3 ນ. ຂໍ້ຄວາມທີ່ເວົ້າອອກມາເທື່ອໜຶ່ງໆ. ອາຫານທີ່ປ້ອນເຂົ້າປາກຫຍ້ຳເທື່ອໜຶ່ງໆ. ອັກສອນທີ່ປະສົມກັນ ອ່ານອອກໄດ້ຄວາມເທື່ອໜຶ່ງໆ ເອີ້ນຄຳ. 4 ນ. ໃຊ້ນຳໜ້າຊື່ບຸກຄົນ ສັດ ແລະ ສິ່ງຂອງ ເຊິ່ງເປັນທີ່ຮັກ ແລະ ຫວງແຫນ ຖ້າເປັນຄົນ ວ່າ ຄຳກອງ, ຄຳແດງ, ຄຳແພງ… ຖ້າເປັນສັດວ່າ ຊ້າງຄຳ, ມ້າຄຳ, ງົວຄຳ… ຖ້າເປັນວັດຖຸວ່າ ເຮືອນຄຳ, ໂຮງຄຳ, ເຮືອຄຳ… 5 ນ. ສຽງທີ່ເວົ້າອອກມາສະແດງເຖິງ ບຸກຄົນຜູ້ເວົ້າວ່າ ເປັນຄົນຊະນິດໃດ. 6 ນ. ລັກສະນະຂອງຄຳເວົ້າທີ່ເປັ່ງອອກມາເປັນຄຳໜັກ, ຄຳເບົາ, ຄຳເປັນ, ຄຳຕາຍ, ຄຳຫຍາບ, ຄຳລະອຽດ. 7 ນ. ຊື່ພັນໄມ້ແນວໜຶ່ງ ເມັດສີແດງ ໃຊ້ຕົ້ມຍ້ອມຜ້າ ຜ້າທີ່ຍ້ອມສີຈະສົດໃສເໝືອນຄຳ ເອີ້ນສີດອກຄຳ ຕົ້ນໄມ້ຊື່ຕົ້ນດອກຄຳ. 8 ດິນບ່ອນທີ່ມີນ້ຳຊຶມ ຫຼື ຊຸ່ມຢູ່ສະເໝີ ເອີ້ນນ້ຳຄຳ. 0 FacebookTwitterWhatsappLINEEmail