ຂີ້ ໂດຍ ຄໍາສັບລາວ 30/06/2021 319 1 ນ. ເສດອາຫານທີ່ຂັບຖ່າຍອອກມາ ເອີ້ນ ຂີ້, ກາກສ່ວນຂອງສິ່ງອື່ນທີ່ມີກິ່ນເໝັນ ຄື ຂີ້ ເຊັ່ນ ຂີ້ໄກ່ກອງໃຫຍ່ ເອີ້ນ ຂີ້ໄກ່ໂປ່, ເສດອາຫານທີ່ຕິດແຂ້ວ ເອີ້ນ ຂີ້ແຂ້ວ, ຂີ້ທີ່ຕິດຢູ່ຂອບຕາ ເອີ້ນ ຂີ້ຕາ, ນ້ຳມູກແຫ້ງຕິດຮູດັງ ເອີ້ນ ຂີ້ດັງ, ທີ່ເປັນແຫຼວໆ ເອີ້ນ ຂີ້ມູກ, ຂີ້ອ່ອນໃນລຳໃສ້ຂອງຄົນ ແລະ ສັດ ເອີ້ນ ຂີ້ເພ້ຍ … 2 ນ. ເສດ ຫຼື ສິ່ງຂອງທີ່ບໍ່ມີກິ່ນເໝັນແຕ່ນິຍົມ ເອີ້ນ ຂີ້ ເຊັ່ນ ເສດໄມ້ທີ່ອອກຈາກການກົບໄມ້ ເອີ້ນ ຂີ້ກົບ, ຂອນດອກທີ່ໃຊ້ປະສົມນ້ຳມັນ ເຮັດກະບອງ ເອີ້ນ ຂີ້ຂອນດອກ; ເສດໝາກພູໃນຂັນໝາກ ເອີ້ນ ຂີ້ຂັນໝາກ; ເສດໄມ້ເກີດຈາກຂວານສັບ ເອີ້ນ ຂີ້ຂວານ … 3 ນ. ສິ່ງທີ່ມີລັກສະນະໜ້າກຽດ, ໜ້າຢ້ານ, ໜ້າໜ່າຍກໍ່ ເອີ້ນ ຂີ້ ເຊັ່ນ ຄົນມີນິດໄສຊອບລັກຂອງຄົນອື່ນ ເອີ້ນ ຂີ້ຂະໂມຍ, ຂີ້ກະໂມຍ, ຂີ້ລັກກໍ່ວ່າ; ຄົນມັກຮ້າຍ ເອີ້ນ ຂີ້ໂກງ, ຂີ້ສໍ້; ຄົນມັກຮັບໃຊ້ຜູ້ອື່ນ ໂດຍບໍ່ໄດ້ສິ່ງຕອບແທນ ເອີ້ນ ຂີ້ຂ້າ ຄົນຄ້ານເຮັດວຽກ ເອີ້ນ ຂີ້ຄ້ານ; ມັກຄຸຍໂວໂອ້ອວດ ເອີ້ນ ຂີ້ຄຸຍ; ຄົນເຂົ້າຄຸກເຂົ້າຕະລາງເລື້ອຍໆ ເອີ້ນ ຂີ້ຄຸກ; ຄົນໂງ່ບໍ່ຮູ້ຈັກຕົ້ນປາຍສາເຫດ ເອີ້ນ ຂີ້ໂງ່. 0 FacebookTwitterWhatsappLINEEmail