ຂອງ

ໂດຍ ຄໍາສັບລາວ

1 ນ. ຊື່ແມ່ນ້ຳສາຍໜຶ່ງ ແຕ່ກ່ອນໄຫຼຜ່ານໃຈກາງ ປະເທດລາວ ຕັ້ງແຕ່ຫົວຂອງຈົນເຖິງຫຼີ່ຜີ. ດຽວນີ້ບາງບ່ອນບາງເຂດປະເທດລາວ ແລະ ພາກອີ່ສານຂອງປະເທດໄທ ເອີ້ນ ແມ່ນ້ຳຂອງ, ແມ່ນ້ຳໂຂງ ກໍ່ວ່າ.

2 ນ. ເຄື່ອງບໍລິໂພກ ເອີ້ນ ຂອງກິນ, ເຄື່ອງອຸປະໂພກ ເອີ້ນ ຂອງໃຊ້.

3 ນ. ສິ່ງທີ່ເປັນນາມະທຳ ບໍ່ແມ່ນຕົວຕົນໃຫ້ແນມເຫັນໄດ້ ແຕ່ມີຢູ່ໃນສັງຄົມທົ່ວໄປ ຫຼື ມີຢູ່ໃນຈິດໃຈ ເຊັ່ນ ຄວາມຊົ່ວ, ຄວາມດີ, ຄວາມງາມ, ຄວາມເປັນລະບຽບ, ຄວາມສຸຂຸມ, ຄວາມຫຍາບ, ຄວາມລະອຽດ ສິ່ງເຫຼົ່ານີ້ ເອີ້ນ ຂອງເປັນຝ່າຍດີ ເອີ້ນ ຂອງດີ ເປັນຝ່າຍຊົ່ວ ເອີ້ນ ຂອງຊົ່ວ ຢ່າງວ່າ “ຂອງດີນີ້ຄົນທຳຍາກຍິ່ງ ຂອງຂີ້ຮ້າຍທຳໄດ້ຊູ່ວັນ” (ພາສິດ).

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!