ກໍ່ ໂດຍ ຄໍາສັບລາວ 30/06/2021 522 1 . ເປັນຄຳຕໍ່ ດັ່ງ ກໍ່ດີ, ກໍ່ຕາມ. 2 ນ. ຕົ້ນເຫດທຸກສິ່ງ ເກີດຈາກເຫດຕົ້ນເຫດເອີ້ນວ່າກໍ່ ຢ່າງວ່າ “ກໍ່ຊິເປັນຫວັດຄອບຕາກຝົນ ກໍ່ຊິໄປຢູ່ດົນຄອບເປັນໄຂ້ ກໍ່ຊິໄດ້ມາໄວ ຄອບຄຶດຮອດແມ່ສ່ຽວ” (ກອນ). 3 ນ. ຊື່ພັນໄມ້ເນື້ອແຂງ ຊະນິດໜຶ່ງບາງຢ່າງມີໝາກໃຊ້ກິນໄດ້ ເຊັ່ນ ກໍ່ໜາມ, ກໍ່ຫີນ, ກໍ່ກ້ຽງ, ກໍ່ຂີ້ໝູ. 4. ຊື່ເຮັດຊະນິດໜຶ່ງ ເກີດຢູ່ພື້ນຕົ້ນກໍ່ມີສີແດງ ໃຊ້ກິນເປັນອາຫານໄດ້ ເອີ້ນ ເຫັດກໍ່. 5 ກ. ເຮັດ, ສ້າງ, ທຳ ເຊັ່ນ: ປວກເຮັດຮັງ ເອີ້ນ ປວກກໍ່ຮັງ ເລີ່ມສານກະຕ່າ ເອີ້ນກໍ່ກົ້ນກະຕ່າ ຢ່າງວ່າ “ປີນີ້ກໍ່ກົ້ນໄວ້ ປີໜ້າຈຶ່ງຄ່ອຍສານ” (ກອນ). 0 FacebookTwitterWhatsappLINEEmail