ກັດ

ໂດຍ ຄໍາສັບລາວ

1 ນ. ຊື່ປາຊະນິດໜຶ່ງຕົວນ້ອຍໆ ສີຂຽວແກ່ ຈົນອອກດຳ ມັກກັດກັນ ເອີ້ນ ປາກັດ.

2 ນ. ຄຳກຳກັບຊື່ປີ ໃນວິທີນັບຈຸນລະສັງກາດ ກົງກັບເລກ 6 ບູຮານເອີ້ນວ່າ ແມ່ມື້ ຄື: 1. ກາບ, 2. ຮັບ, 3. ຮວາຍ, 4. ເມີງ, 5. ເປີກ, 6. ກັດ, 7. ກົດ, 8. ຮ້ວງ, 9. ເຕົ່າ, 10. ກາ.

3 ກ. ງູກັດ ເອີ້ນ ງູຕອດ.

4 ກ. ໝາກັດ ເອີ້ນ ໝາຂົບ ຢ່າງວ່າ “ໝາຂົບໜັງຊິຍັງຄົນເທື່ອ ເບື່ອພີ່ນ້ອງຍໍຍ້ອງຜູ້ອື່ນດີ” (ພາສິດ).

5 ວ. ກ້າ, ແຂງ ເຊັ່ນ ໃຈກັດ, ໃຈເດັດດ່ຽວ ກ້າແກ່ນ.

6 ກ. ຮົບ, ຕໍ່ສູ້, ການຕໍ່ສູ້ຂ້າເສິກ ເອີ້ນ ກັດ ຢ່າງວ່າ “ເຮົາກໍ່ຫວັງກັດກ້ຳຫົນມັນມີຢ່ອນ” (ສິນ).

7 ກ. ສະກັດ, ກັ້ນ, ການເອົາຝາ, ຜຽກ ຫຼືດາງແຫໄປກັ້ນ ຫຼືຕັນທາງນ້ຳໄຫຼ ເພື່ອສະກັດເອົາປາ ເອີ້ນ ກັດປາ, ສະກັດປາ, ກັ້ນປາ ກໍ່ວ່າ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!