ກະບູນ ໂດຍ ຄໍາສັບລາວ 29/06/2021 256 1. ນ. ພະຍາດຍິງແນວໜຶ່ງເປັນກ້ອນແຂງຢູ່ໃນມົດລູກ. 2. ນ. ຊື່ໂລກຊະນິດໜຶ່ງ ມີສອງຢ່າງຄື ກະບູນເລືອດ ແລະກະບູນລົມ ກະບູນເລືອດຄືເລືອດຕິດກັນເປັນກ້ອນ, ກະບູນລົມ ຄືລົມພານໄສ້ເຮັດໃຫ້ທ້ອງໃຫຍ່ ຄືຄົນມານລູກ. 3. ນ. ຊື່ຫວ້ານຊະນິດໜຶ່ງ ຫົວ ແລະ ລຳຕົ້ນຄ້ານຄືຂະໝິ້ນອ້ອຍ ລຳຕົ້ນ ແລະໃບສີຂຽວ ຫົວຂະໜາດຫົວເຜືອກ ກົມກ້ຽງມີປ້ອງຫ່າງໆ ເນື້ອຂາວ ລົດເຜັດຮ້ອນ ເອົາຝົນໃສ່ນ້ຳປູນໃສ ກິນແກ້ກະບູນເລືອດ ກະບູນລົມ ແລະ ຂັບມົດລູກໃຫ້ແຫ້ງໄວ. 0 FacebookTwitterWhatsappLINEEmail