ກະນ່ອງ ໂດຍ ຄໍາສັບລາວ 29/06/2021 257 1. ນ. ຂາສ່ວນລ່າງຕັ້ງແຕ່ເຂົ່າລົງໄປ ເອີ້ນກະນ່ອງ ແບ່ງເປັນສາມຕອນ ຕອນສົ້ນ ຕີນ ເອີ້ນສົ້ນນ່ອງ ເທິງສົ້ນນ່ອງ ຕອນເອັນ ພຶງ ເອີ້ນ ເອັນນ່ອງ ຕອນຂາພັບ ເອີ້ນແອກນ່ອງທົບ ຂະນ່ອງ ຂານ່ອງ ກໍ່ວ່າ. 2. ນ. ຊື່ຜັກຊະນິດໜຶ່ງ ຈຳພວກຜັກກິນໄດ້ ເກີດຕາມບຶງຕາມໜອງ ທີ່ມີນ້ຳຂັງຕະຫຼອດປີ ລັກສະນະໃບ ຄ້າຍຄື ເລັບມ້າ ເອີ້ນ ຜັກກະນ່ອງມ້າ. 0 FacebookTwitterWhatsappLINEEmail