ກະທົງ ໂດຍ ຄໍາສັບລາວ 29/06/2021 290 1. ນ. ພາຊະນະເຮັດດ້ວຍກາບກ້ວຍ ໃຊ້ບູຊາ ມີ 3 ຢ່າງ ຄື: ກະທົງໜ້າງົວ ຮູບສາມລ່ຽມສຳລັບບູຊາເທວະດາ ຫຼືຜີທົ່ວໄປ, ກະທົງເກົ້າຫ້ອງຮູບສີ່ລ່ຽມ ສຳລັບບູຊາພະເຄາະທັງເກົ້າ, ກະທົງສີ່ລ່ຽມສຳລັບບູຊາ ທ້າວຈະຕຸໂລກກະບານ ເອີ້ນ ກະທົງ ກະໂທງ ກໍ່ວ່າ. 2. ນ. ເຄື່ອງຈັບປາເຮັດດ້ວຍກາບກ້ວຍຫຍິບຕິດກັນເປັນແພ ທາງໃນໃສ່ຂີ້ເທົ່າ ແກ່ລາກໄປນຳນ້ຳ ເພື່ອໃຫ້ປາເຕັ້ນເຂົ້າ ເອີ້ນ ກະທົງໄລ່ປາ ໂທງກໍ່ວ່າ. 3. ນ. ພາຊະນະສຳລັບໃສ່ເຄື່ອງບູຊາ ເຮັດດ້ວຍກ້ານກ້ວຍ ຫຼື ວັດຖຸຕ່າງໆ ສຳລັບໄຫຼນ້ຳ ປ່ອຍໄປ ເມື່ອວັນອອກພັນສາ. 4. ນ. ພາຊະນະຫຍິບດ້ວຍໃບຕອງກ້ວຍສຳລັບໃສ່ຂອງຂາຍ ເຊັ່ນ ກະທົງໝາກພິກ ກະທົງເກືອ ເປັນຕົ້ນ. 0 FacebookTwitterWhatsappLINEEmail