ໝາຖ້າເປັນພະຍາດກໍບໍ່ມີໃຜສົນໃຈ ສົກກະປົກ ເປັນຂີ້ເຮື້ອນເປື່ອຍຕາມຕົນໂຕ. ຄຳໂຕງໂຕຍນີ້ ປຽບໃສ່ຄົນແມ່ນເປັນຄົນເປື້ອນເປີ ບໍ່ມັກເວົ້າດີກັບໝູ່ ເປັນຄົນເຂົ້າໝູ່ບໍ່ໄດ້ໃຜກໍຊັງ ເປັນຄົນຂີ້ຄ້ານ ມັກງ່າຍ ບໍ່ຮູ້ເຮັດຫາຖ້າແຕ່ຂໍ, ຖ້າແຕ່ກິນ. (ຫຸນພັນ, 2007:34)
ຄຳໂຕງໂຕຍ
-
-
ເງິນ ຄົນທີ່ໃຊ້ຈ່າຍຟຸ້ມເຟືອຍ ໃຊ້ຈ່າຍເງິນບໍ່ມີປະໂຫຍດ, ມີເງິນໜ້ອຍໜຶ່ງແພງໄວ້ກໍບໍ່ຮັ່ງ ຍ້ອນຫາມາໄດ້ເທົ່າໃດ ກໍໃຊ້ໝົດ ເຊິ່ງອາການເຊັ່ນນີ້ ເປັນການປະໝາດຄຸນຄ່າ ຂອງເງິນຄຳວັດຖຸສິ່ງຂອງທີ່ຫາມາໄດ້ ຫຼື ສິ່ງຂອງທີ່ຄົນອື່ນໃຫ້ ຜົນໄດ້ຮັບກໍຄືຖືກດູຖືກ, ຖືກຄົນອື່ນຫົວຂວັນ ຍ້ອນຄວາມບໍ່ຮູ້ໃຊ້ເງິນ …
-
ເມື່ອກ່ອນ ຫຼື ບາງທ້ອງຖິ່ນໃນປັດຈຸບັນ ເພີ່ນເຄີຍໃຊ້ໝາເປັນໝາພານຫາລ່າສັດໃຫ້ ໃນເວລາເຂົ້າປ່າ, ໝາເຫັນສັດນ້ອຍໃຫຍ່ກໍເຫົ່າບອກເຈົ້າຂອງ ໃຫ້ເອົາສັດມາເປັນອາຫານ ດັ່ງ ໝາເຫັນເຕົ່າກໍເຫົ່າບອກເຈົ້າຂອງ ແລ້ວເຈົ້າຂອງໝາ ກໍເອົາເຕົ່າເມື່ອເຮືອນ ໂດຍບໍ່ສົນໃຈກັບໝາເລີຍ ເຖິງໝາຈະເປັນສັດ ທີ່ຫາຜົນປະໂຫຍດໃຫ້ກໍຕາມ. …
-
ລູກໄກ່ແມ່ນໄກ່ນ້ອຍທີ່ຫາກໍເກີດໃໝ່, ຍັງບໍ່ທັນແຂງແຮງ, ສັດຕູສາມາດທຳລາຍໄດ້ງ່າຍ, ຖ້າເຮົາກຳໃສ່ມືແລ້ວ ມັນກໍບໍ່ສາມາດໄປທາງໃດໄດ້ ເຮົາຈະກຳໃຫ້ມັນຕາຍກໍໄດ້. ຄຳໂຕງໂຕຍນີ້ປຽບທຽບກັບຄົນທີ່ມີຄວາມອ່ອນແອ, ບໍ່ມີທາງສູ້, ຕົກຢູ່ໃຕ້ອຳນາດຂອງຄົນອື່ນ. ເຂົາຈະຂ້າກໍຕາຍ, ຈະຂາຍກໍໄດ້. (ທອງມີ, 2007:164)
-
ທຳມະຊາດຂອງໄກ່ເວລາທີ່ເຮົາແນມເບິ່ງຮ່າງກາຍຂອງມັນຈະຫຸ້ມຫໍ່ດ້ວຍຂົນ ແຕ່ຈະບໍ່ສັງເຫດເຫັນວ່າໄກ່ມີນົມ ສ່ວນງູກໍເປັນສັດເລືອຄານ ຈະບໍ່ປະກົດເຫັນຕີນຂອງມັນ ແຕ່ຄຳໂຕງໂຕຍນີ້ ໄດ້ເວົ້າເຖິງສັດສອງຊະນິດ ທີ່ຕ່າງຝ່າຍຕ່າງເຫັນສິ່ງທີ່ຄົນອື່ນ ຫຼື ສັດອື່ນແນມບໍ່ເຫັນ ຄືໄກ່ແນມເຫັນຕີນງູ ສ່ວນງູພັດເຫັນນົມໄກ່. ຄຳໂຕງໂຕຍນີ້ ມີຄວາມໝາຍປຽບເຖິງຄົນສອງຄົນ ຕ່າງຄົນຕ່າງຮູ້ເຫັນເລື່ອງເກົ່າ …
-
ໄກ່ຕາມປົກກະຕິແລ້ວ ເວລາມັນໄຂ່ອອກແລ້ວມັນຈຶ່ງກະຕາກ, ຖ້າມັນກະຕາກແລ້ວບໍ່ເຫັນໄຂ່ ແມ່ນສະແດງວ່າມັນມີເຫດການ ຜິດປົກກະຕິແນ່ນອນ. ບາງທີ່ມັນອາດຕື່ນຕົກໃຈ ຫຼື ພົບເຫັນສັດຮ້າຍອັນໃດອັນໜຶ່ງກໍມີ. ຄຳໂຕງໂຕຍນີ້, ມີຄວາມໝາຍປຽບກັບຄົນທີ່ມີຄວາມຕື່ນໂຕໄປກ່ອນ, ບໍ່ໄດ້ມີອັນໃດເກີດຂຶ້ນ ແຕ່ມີຄວາມແຕກຕື່ນໄປກ່ອນ ຫຼື ມີຄວາມໂອ້ອວດໄປກ່ອນວ່າຈະໄດ້ …
-
ການຮັກງົວຕ້ອງໄດ້ຮັກສາ ບໍ່ໃຫ້ໄປທຳລາຍຮົ້ວສວນຂອງຄົນອື່ນດ້ວຍການຜູກມັດໄວ້ ເອົາໃຈໃສ່ ບໍ່ໃຫ້ຂາດອາຫານ. ສ່ວນຄວາມຮັກລູກຂອງພໍ່ແມ່ ແມ່ນຕ້ອງໄດ້ອົບຮົມ ບອກສອນຊີ້ທິດທາງ ໃຫ້ປະພຶດຕົນເປັນຄົນດີ ບໍ່ໝາຍຄວາມວ່າ ຈະເອົາໄມ້ມາຕີສະເໝີໄປ ການຕີກໍແມ່ນການຕີຄວາມຄິດ ແລະ ການກະທຳທີ່ບໍ່ຖືກຕ້ອງຂອງລູກ. ອີກຢ່າງໜຶ່ງຄືໃຫ້ມີວິທີການຮັກລູກ …
-
ຄຳໂຕງໂຕຍນີ້, ເວົ້າເຖິງສະພາບຕົວຈິງ ຄວາຍຈະມີລາຄາແພງຍາມລົງນາ ບໍ່ຄວນຊື້ຄວາຍຍາມນີ້ ຄວນຈະຊື້ກ່ອນໜ້ານາ ຈະໄດ້ລາຄາຖືກ ເຊັ່ນດຽວກັນກັບ ການຊື້ຜ້າຍາມບຸນຈະມີລາຄາແພງ. ປຽບເໝືອນຄົນເຮົາເມື່ອຈະເຮັດສິ່ງໃດ ຄວນມີການວາງແຜນໄວ້ລ່ວງໜ້າ ຢ່າແກ້ບັນຫາສະເພາະໜ້າ ເພາະນອກຈາກຈະຫຍຸ້ງຍາກແລ້ວ ຍັງຕ້ອງເສຍເງິນອີກຫຼວງຫຼາຍບໍ່ກຸ້ມ ຫຼື …
-
-
ຄວາຍເຖົ້າ ແມ່ນຄວາຍທີ່ມີອາຍຸຫຼາຍ, ກຳລັງຮ່າງກາຍລົດໜ້ອຍລົງ, ບາງໂຕແຂ້ວກໍບໍ່ດີ, ມີການເລືອກອາຫານ ເພື່ອບຳລຸງຮ່າງກາຍ, ຖ້າໄດ້ກິນຫຍ້າອ່ອນ ກໍຈະເຮັດໃຫ້ມີກຳລັງວັງຊາ. ຫຍ້າອ່ອນແມ່ນຫຍ້າທີ່ກຳລັງປົ່ງໃໝ່, ມີວິຕາມິນດີ, ມີຄວາມນຸ່ມນວນ, ເປັນອາຫານທີ່ແຊບຊ້ອຍ ໃຫ້ແກ່ສັດສາວາສິ່ງ. ຄຳໂຕງໂຕຍນີ້, …