ຄຳໂຕງໂຕຍນີ້, ມີຄວາມໝາຍກົງວ່າ ໃຊ້ເສຍຫຍ້າປົກຂີ້ໝາ ເພື່ອບໍ່ໃຫ້ເຫັນ ແລະ ບໍ່ໃຫ້ໄດ້ກິ່ນເໝັນ ອອກມາໄດ້ນັ້ນ ແມ່ນເປັນໄປບໍ່ໄດ້ ຍ້ອນຫຍ້າ ແມ່ນສິ່ງທີ່ເປັນ ເສັ້ນໆ ບໍ່ສາມາດຈະປົກຄຸມໄວ້ໄດ້ ພຽງແຕ່ບັງສາຍຕາໄດ້. ມີຄວາມໝາຍແຝງວ່າ …
ຄຳໂຕງໂຕຍ
-
-
-
-
-
-
ຕາມທຳມະດາທີ່ເຫັນສ່ວນຫຼາຍ ໝາທີ່ມັກເຫົ່າເກັ່ງໆຈະບໍ່ກັດ ແຕ່ຖ້າພໍໝາທີ່ຍ່າງມາຫາມິດໆ ກັບມີຄວາມສ່ຽງ ທີ່ຈະຖືກກັດຫຼາຍກວ່າ ເຊິ່ງມີຄວາມໝາຍປຽບເຖິງ ຄົນທີ່ອວດເກັ່ງ ຫຼື ເວົ້າເກັ່ງ ແຕ່ພໍມີເຫດການເດືອດຮ້ອນແທ້ໆ ກໍບໍ່ກ້າສູ້ໜ້າ ຫຼື ໄດ້ແຕ່ເວົ້າຂາດການເຮັດວຽກຕົວຈິງ. ນອກຈາກນັ້ນ, …
-
ໝາເວລາອອກຈາກເຮືອນຊານ ຫຼື ຂອບເຂດຖິ່ນຖານຕົວເອງ ໄປສູ່ບ້ານອື່ນ ເຮົາຈະສັງເກດເຫັນມັນດ່ອມຫາງ ສະແດງອາການຢ້ານກົວ ຫຼື ສະແດງຄວາມອ່ອນຍອມໄວ້ ບໍ່ໃຫ້ໝາໃນຖິ່ນນັ້ນມາຂົບມັນ. ຄຳໂຕງໂຕຍນີ້ ແມ່ນປຽບທຽບກັບຄົນທີ່ມີຄວາມສະຫຼາດ, ມີຄວາມອ່ອນນ້ອມຖ່ອມຕົນ, ເວລາໄປບ້ານອື່ນ ຈະບໍ່ໂອ້ອວດ …
-
ຄຳໂຕງໂຕຍນີ້ ໄດ້ເວົ້າເຖິງໃບຕອງແຫ້ງ ທີ່ຕິດກັບຕົ້ນກ້ວຍ ເວລາລົມພັດມາມີສຽງດັ່ງ ກວກກຽກແກກກາກ ໝາໄດ້ຍິນກໍຈະເຫົ່າໄປເລີຍ ເຊິ່ງປຽບເຖິງຄົນທີ່ເກັ່ງແຕ່ເວົ້າ, ຄົນທີ່ເວົ້າອວດເກັ່ງແຕ່ຕົນເອງ ເຮັດຫຍັງບໍ່ໄດ້ ເປັນຄົນຂີ້ຢ້ານ ບໍ່ກ້າຕໍ່ສູ້ກັບສັດຕູ. (ທອງມີ, 2007:190)
-
ໝູແມ່ນສັດລ້ຽງຊະນິດໜຶ່ງ ທີ່ກິນອາຫານແບບຟ້າວຟັ່ງ, ກິນຫຼາຍ ແລະ ເປິເປື້ອນ, ກິນມີສຽງດັງ. ສ່ວນໝາ ກໍແມ່ນສັດລ້ຽງທີ່ມັກຄວາມສະອາດ ທີ່ຄົນສ່ວນຫຼາຍລ້ຽງໄວ້ເປັນເພື່ອນ ມີບ່ອນນອນທີ່ສະອາດ. ຄຳໂຕງໂຕຍນີ້ ປຽບກັບຄົນທີ່ບໍ່ມີຄວາມເປັນລະບຽບ ກິນບໍ່ມີມາລະຍາດ ແລະ …
-
ຂີ້ແມ່ນສິ່ງທີ່ຄົນເຮົາຂັບຖ່າຍອອກມາຈາກຮ່າງກາຍ, ເປັນສິ່ງທີ່ບໍ່ມີຄ່າສຳລັບຄົນເຮົາ, ມັນຈະກາຍເປັນອາຫານຂອງສັດ ໂດຍສະເພາະແມ່ນໂຕໝາ. ຄຳໂຕງໂຕຍນີ້, ແມ່ນປຽບທຽບກັບຄົນທີ່ມີຄວາມຂີ້ຖີ່ຂີ້ໜ້ຽວ, ບໍ່ບິແບ່ງໃຫ້ຄົນອື່ນ ແມ່ນແຕ່ຂີ້ຍັງຫວງບໍ່ໃຫ້ໝາກິນ. (ທອງມີ ດວນສັກດາ, 2007:165)