ຈານ ໂດຍ ຄໍາສັບລາວ 04/07/2021 498 1 ນ. ເຫຼັກແຫຼມ ຫຼື ເຂັມ ຕອກເຂົ້າໃນໄມ້ແກ່ນ. ເຊິ່ງເຮັດເໝືອນດ້າມປາກກາເອົາໄປຝົນໃຫ້ແຫຼມທີ່ສຸດ ໃຊ້ສຳລັບຂຽນໜັງສືໃບລານ ເອີ້ນ ເຫຼັກຈານ. 2 ກ. ການຂຽນໜັງສືໃສ່ໃບລານດ້ວຍເຫຼັກຈານ ເອີ້ນ ຈານໜັງສື. 3 ນ. ຊື່ກຽດຕິຍົດຂອງຜູ້ຊາຍລາວຜູ້ທີ່ໄດ້ບວດໃນສາສະໜາ ແລະ ໄດ້ຮັບເຖລາພິເສກ ຫຼື ຫົດສົງ, ຄັ້ງທີ່ໜຶ່ງ ເອີ້ນ ຄູບາຊາ, ຄັ້ງທີ່ສາມ ເອີ້ນ ຄູບາຄູ. ເມື່ອສິກອອກມາ ຜູ້ຫົດສົງໜຶ່ງເທື່ອ ເອີ້ນ ຈານ, ຜູ້ຫົດສົງສອງເທື່ອ ເອີ້ນ ຈານຊາ, ຜູ້ຫົດສົງສາມເທື່ອ ເອີ້ນ ຈານຄູ. 4. ຊື່ພັນໄມ້ແນວໜຶ່ງ ດອກສີແດງງາມໃບມົນໃຫຍ່, ດອກມັກບານຍາມເດືອນສາມຕໍ່ເດືອນສີ່, ມີສອງຊະນິດ ຄື ຈານຕົ້ນ ແລະ ຈານເຄືອ, ຈານເຄືອກ້ຽວຕົ້ນໄມ້ວຽນຂຶ້ນທາງຊ້າຍສະເໝີ ບໍ່ວຽນຂຶ້ນທາງຂວາ. 5 ກ. ເຈືອດ້ວຍນ້ຳ, ປົນດ້ວຍນ້ຳ, ປົນນ້ຳ ເຊັ່ນ ເອົາເຂົ້າສຸກເຈືອດ້ວຍນ້ຳ ເອີ້ນ ເຂົ້າຈານນ້ຳ, ປົນນ້ຳແກງ ເອີ້ນ ເຂົ້າຈານແກງ, ປົນນ້ຳປາແດກ ເອີ້ນ ຈານປາແດກ. 6 ນ. ພາຊະນະສຳລັບໃສ່ອາຫານມີຮູບແບນ ເອີ້ນ ຈານ. 0 FacebookTwitterWhatsappLINEEmail