Home » ເປົ່າປີ່ໃສ່ຫູຄວາຍ

ເປົ່າປີ່ໃສ່ຫູຄວາຍ

ໂດຍ ຄໍາສັບລາວ

ຄຳໂຕງໂຕຍນີ້ແມ່ນເວົ້າເຖິງຄວາມຜູກພັນຂອງຊາວລາວກັບອາຊີບເຮັດນາ. ໃນນັ້ນ, ຄວາຍກໍແມ່ນພາຫານະໜຶ່ງ ທີ່ຖືກນຳໃຊ້ເຂົ້າໃນການເຮັດນາ ແລະ ປີ່ກໍແມ່ນສິ່ງໜຶ່ງ ທີ່ໄດ້ມາຈາກເຟືອງ ໃນເວລາເກັບກ່ຽວເຂົ້າແລ້ວ ແຕ່ກ່ອນເພີ່ນມັກຈະເອົາເຟືອງ ທີ່ມີຂໍ້ມາສອຍໄປຫາຂໍ້ ແລ້ວນຳເອົາມາເປົ່າ, ເຮັດໃຫ້ມີສຽງດັງຄ້າຍຄືສຽງດົນຕີ, ແຕ່ເວລາເປົ່າໃສ່ຄວາຍ ມັນກໍບໍ່ມີຄວາມຮູ້ສຶກຫຍັງ. ດັ່ງນັ້ນ, ຄຳໂຕງໂຕຍນີ້ ຈຶ່ງມີຄວາມໝາຍວ່າ ການອະທິບາຍ, ຊີ້ແຈງແນະນຳສິ່ງຕ່າງໆ ໃຫ້ຄົນໂງ່ຟັງ ກໍ່ບໍ່ມີປະໂຫຍດ ຫຼື ເວົ້າກັບຄົນທີ່ເອົາແຕ່ໃຈຕົນເອງ ກໍບໍ່ມີປະໂຫຍດຫຍັງ ຄືກັນກັບການເປົ່າປີ່ໃສ່ຫູຄວາຍນັ້ນແຫຼະ.

(ທອງມີ, 2007:180)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!