Home » ຂີ້ເຫຍື້ອຢາງພລາດສະຕິກ ສາເຫດການເສື່ອມໂຊມ ຂອງສິ່ງແວດລ້ອມ

ຂີ້ເຫຍື້ອຢາງພລາດສະຕິກ ສາເຫດການເສື່ອມໂຊມ ຂອງສິ່ງແວດລ້ອມ

ໂດຍ ຄໍາສັບລາວ

ບັນຫາຂີ້ເຫຍື້ອລົ້ນໃນສະຖານທີ່ທ່ອງທ່ຽວ ເປັນບັນຫາຊໍາເຮື້ອ ຂອງແຫຼ່ງທ່ອງທ່ຽວໃນປັດຈຸບັນ ໂດຍສະເພາະໃນໄລຍະ ບຸນປີໃໝ່ລາວ ຫຼື ງານເທສະການຕ່າງໆ, ເນື່ອງຈາກປະລິມານ ຂອງນັກທ່ອງທ່ຽວ ເພີ່ມຂຶ້ນ ສົ່ງຜົນເຮັດໃຫ້ເກີດຂີ້ເຫຍື້ອ ສະສົມເປັນຈໍານວນ ຫຼວງຫຼາຍ ເກີນຄວາມສາມາດຂອງໜ່ວຍງານ ໃນພື້ນທີ່ທີ່ເກັບມ້ຽນ ແລະ ເຮັດໃຫ້ນໍາໄປກໍາຈັດ ຢ່າງຖືກວິທີລໍາບາກ ຍ້ອນວ່າ ຂີ້ເຫຍື້ອສ່ວນຫຼາຍ ເປັນຖົງຢາງພລາດສະຕິກ ແລະ ໂຟມ ທີ່ຍ່ອຍສະຫຼາຍຍາກ ຊຶ່ງເປັນແຫຼ່ງອາໄສຂອງໜູ, ແມງສາບ ເຮັດໃຫ້ເກີດພະຍາດ ຕິດຕໍ່ໄດ້ ເຊັ່ນ: ພະຍາດອະຫິວາ. ນອກຈາກນີ້ ຂີ້ເຫຍື້ອພລາດສະຕິກ ຍັງເປັນໜຶ່ງ ໃນສາເຫດຫຼັກ ທີ່ເຮັດໃຫ້ເກີດບັນຫາ ສິ່ງແວດລ້ອມ ອັນສໍາຄັນຂອງປະເທດ ຖ້າບໍ່ມີລະບົບກໍາຈັດທີ່ພຽງພໍ ແລະ ບໍ່ມີປະສິດທິພາບ ຈະສົ່ງຜົນເຮັດໃຫ້ມີຂີ້ເຫຍື້ອ ອອກສູ່ສິ່ງແວດລ້ອມ ຫຼາຍທີ່ສຸດ. ເມື່ອຂີ້ເຫຍື້ອເຫຼົ່ານີ້ ສະສົມເປັນເວລາດົນ ມົນລະພິດ ຈະກະຈາຍໄປໃນດິນ, ນໍ້າ ແລະ ອາກາດ ກໍ່ໃຫ້ເກີດບັນຫາ ສິ່ງແວດລ້ອມ ເສື່ອມສະພາບໃນໄລຍະຕໍ່ມາໄດ້.

ສິ່ງທີ່ຄວນເອົາໃຈໃສ່:

– ຜູ້ຜະລິດຄວນປ້ອງກັນ ແລະ ຄວບຄຸມຕັ້ງແຕ່ຂັ້ນຕອນ ຂອງການຜະລິດ ໂດຍອອກແບບ ການຜະລິດ ພາຊະນະ ທີ່ເປັນມິດ ຕໍ່ສິ່ງແວດລ້ອມ, ຫຼຸດປະລິມານສານພິດ, ເລືອກວັດຖຸດິບ ທີ່ເປັນມິດຕໍ່ສິ່ງແວດລ້ອມ.

– ໃຫ້ຄວາມສໍາຄັນ ໃນການສ້າງຈິດສໍານຶກ ຂອງປະຊາຊົນ ໃນການບໍລິໂພກ ໃຫ້ເໝາະສົມ ໂດຍສະເພາະ ຢຸດໃຊ້ພລາດສະຕິກ ທີ່ໃຊ້ໄດ້ຄັ້ງດຽວ ໂດຍຫັນມາໃຊ້ ຊະນິດທີ່ສາມາດ ໃຊ້ຊໍ້າຄືນໄດ້. ພ້ອມທັງ ສົ່ງເສີມໃຫ້ປະຊາຊົນ ຫຼຸດການໃຊ້ ພລາດສະຕິກ.

– ຜູ້ທີ່ຜະລິດ ຄວນປັບປ່ຽນວັດຖຸດິບ ໃຫ້ມີຄຸນນະພາບຄົບຖ້ວນ, ມ້ຽນງ່າຍ ຫັນປ່ຽນຈາກທີ່ມັກໃຊ້ ຖົງຢາງພລາດສະຕິກ ທີ່ໃຊ້ຄັ້ງດຽວແລ້ວຖິ້ມ ກໍປ່ຽນມາໃຊ້ຖົງໜາ ຫຼື ຖົງຜ້າ ທີ່ສາມາດໃຊ້ຊໍ້າໄດ້.

– ຜູ້ຜະລິດຄວນຄໍານຶງເຖິງ ຜົນກະທົບທາງດ້ານສິ່ງແວດລ້ອມ ແບບຄົບວົງຈອນຄື: ເລີ່ມຕັ້ງແຕ່ການອອກແບບ, ແຈກຢາຍສິນຄ້າ, ການຮັບຄືນ, ການຮວບຮວມການໃຊ້ຊໍ້າ ແລະ ການບໍາບັດ ນອກນັ້ນ ທາງພາກລັດ ກໍໂຄສະນາເຜີຍແຜ່ໃຫ້ປະຊາຊົນ ເນັ້ນການຫຼຸດໃຊ້, ໃຊ້ຊໍ້າ ແລະ ຢຸດການໃຊ້ຂີ້ເຫຍື້ອ ທີ່ໃຊ້ພຽງຄັ້ງດຽວ.

ສິ່ງສໍາຄັນແມ່ນເຮົາທຸກຄົນ ຄວນເອົາໃຈໃສ່ຊ່ວຍກັນ ເບິ່ງແຍງສະພາບແວດລ້ອມ ແລະ ຊ່ວຍກັນຫຼຸດປະລິມານ ຂີ້ເຫຍື້ອ ໂດຍຄັດແຍກ ຂີ້ເຫຍື້ອກ່ອນຖິ້ມ ແລະ ຖິ້ມຂີ້ເຫຍື້ອໃສ່ຖັງ ບໍ່ໃຫ້ຖິ້ມຊະຊາຍ. ພ້ອມທັງຮູ້ຈັກ ເລືອກໃຊ້ຖ້ວຍ, ຈານແທ້ ແທນຖ້ວຍ, ຈານທີ່ເຮັດດ້ວຍໂຟມ ແລະ ພລາດສະຕິກ. ນອກນັ້ນ ເວລານໍາໃຊ້ ຖົງພລາດສະຕິກ, ແກ້ວ, ກະປ໋ອງ, ຖ້ວຍ-ຈານໂຟມ ໃນສະຖານທີ່ທ່ອງທ່ຽວ ຄວນເກັບຄືນອອກມາຖິ້ມ ໃສ່ຖັງຂີ້ເຫຍື້ອໃຫ້ຫຼາຍທີ່ສຸດ, ເພື່ອຮັກສາ ສະພາບແວດລ້ອມ ໃຫ້ງົດງາມ ແລະ ເປັນໜ້າທ່ອງທ່ຽວຢູ່ສະເໝີ.

ໂດຍ: ພອຍໄພລິນ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!