Home » ຈົ່ງຮັກສາຄວາມຮັກໄວ້ ໃນເວລາທີ່ຍັງຮັກກັນ

ຈົ່ງຮັກສາຄວາມຮັກໄວ້ ໃນເວລາທີ່ຍັງຮັກກັນ

ໂດຍ ຄໍາສັບລາວ

ຂ້ອຍຊື່ວ່າ ປ້ອງ ໄດ້ແຕ່ງດອງກັບ ນ້ອງ ຈັນ ຍ້ອນຄວາມມັກຮັກ ເພາະ ຈັນ ເປັນແມ່ຍິງທີ່ງາມຫຼາຍ, ພວກເຮົາທັງສອງເປັນຄົນ ຕ່າງແຂວງ ຢູ່ບ້ານດຽວກັນ. ຕອນນັ້ນ ຂ້ອຍກໍາລັງເຂົ້າວຽກໃໝ່  ແລະ ຈັນ ກໍເສັງເຂົ້າ ມະຫາວິທະຍາໄລ ດົງໂດກໄດ້ແລ້ວ ແຕ່ບໍ່ຍອມໄປຮຽນ ຍ້ອນຈະແຕ່ງດອງ ກັບຂ້ອຍ. ພວກຂ້ອຍສ້າງຄອບຄົວຮ່ວມກັນ ດ້ວຍ 2 ມືເປົ່າ ຈົນຄ່ອຍໆມີຂຶ້ນ, ປັດຈຸບັນ ມີລູກຮ່ວມກັນ 3 ຄົນ ຊາຍ 2 ແລະ ຍິງ 1 ຄົນ, ມີເຮືອນ, ລົດໃຫຍ່, ມີລົດຈັກໃຫ້ລູກແຕ່ລະຄົນ ຊຶ່ງລູກແຕ່ລະຄົນ ແມ່ນຮຽນຢູ່ຊັ້ນມັດທະຍົມ ຕອນປາຍແລ້ວ. ຈັນ ເປັນຄົນປະຢັດ, ດຸໝັ່ນ ໜ້າທີ່ຂອງ ຈັນ ແມ່ນເຮັດວຽກເຮືອນ ແລະ ບໍ່ເຄີຍໃຫ້ຜົວ ຕ້ອງມາຮັບຜິດຊອບ ວຽກເຮືອນຊ່ວຍ, ເຄື່ອງນຸ່ງຂອງຖື ຜົວບໍ່ຕ້ອງຊອກຍາກ ຍ້ອນເມຍມ້ຽນ ເປັນລະບຽບຮຽບຮ້ອຍ, ຜົວກັບມາຮອດເຮືອນ ກໍມີພາແລງພາງາຍໄວ້ຖ້າ. ເມຍບໍ່ເຄີຍ ຈົ່ມວ່າໃຫ້ຜົວ ຕ້ອງເສຍໃຈ, ທັງສອງຮ່ວມທຸກ ຮ່ວມສຸກມານໍາກັນ ຮອດ 20 ປີ ແລ້ວ. ແຕ່ປັດຈຸບັນ ຂ້ອຍມີຜູ້ຍິງອີກຄົນທີ່ຮັກ ແລະ ຕ້ອງການຢູ່ນໍາ. ຂ້ອຍຕັດສິນໃຈ ຂໍຢ່າຮ້າງກັບ ຈັນ ໃນເວລານັ້ນ ຈັນ ເວົ້າຫຍັງບໍ່ອອກ ບອກຫຍັງບໍ່ຖືກ ໄດ້ແຕ່ນັ່ງນໍ້າຕາຊຶມ ມິດງຽບ ແລ້ວຕັ້ງສະຕິ ຈຶ່ງເອີຍຖາມຂ້ອຍວ່າ: “ນ້ອງຜິດຫຍັງ?” ຂ້ອຍບໍ່ຮູ້ແນວຈະຕອບ ໄດ້ແຕ່ບອກໄປວ່າ ຂ້ອຍຈະຍົກເຮືອນ, ລົດ ແລະ ຄ່າລ້ຽງດູໃຫ້ນ້ອງ.  ຈັນ ບອກກັບຂ້ອຍວ່າ ບໍ່ໄດ້ຕ້ອງການຫຍັງ, ແຕ່ ຈັນ ຂໍຮ້ອງໃຫ້ຂ້ອຍ ໃນໄລຍະ 3 ເດືອນແຕ່ນີ້ໄປ ໃຫ້ຂ້ອຍດໍາເນີນຊີວິດ ຄອບຄົວຄືເກົ່າ ໂດຍການກິນເຂົ້າແລງ ພ້ອມໜ້າພ້ອມຕາ, ເປັນຄອບຄົວທີ່ສົມບູນ, ໂດຍທຸກໆວັນບຸນຕ່າງໆ ຕ້ອງພາຄອບຄົວໄປຫຼິ້ນ, ມີຄວາມຮັກ ແລະ ຫ່ວງໃຍ ເຊິ່ງກັນ ແລະ ກັນ ໂດຍໃຫ້ຂ້ອຍເຮັດວຽກ ເຮືອນ, ແຕ່ງກິນຊ່ວຍກັນ ແລ້ວ ຈັນ ຈະຍອມປະຮ້າງໃຫ້ໂດຍດີ.

ເພື່ອໃຫ້ໄດ້ໃບຢ່າຮ້າງ ຂ້ອຍປະຕິບັດຕາມທຸກຢ່າງ, ຂ້ອຍເລີ່ມຕື່ນເດິກ, ບາງມື້ ເມຍຂ້ອຍຕື່ນສວາຍ ຂ້ອຍກໍລຸກໜຶ້ງເຂົ້າ ເພື່ອໃຫ້ເມຍຂ້ອຍ ທັນຕັກບາດໜ້າເຮືອນ. ລູກ ແລະ ຂ້ອຍປັ້ນເຂົ້າເຊົ້ານໍາກັນ ກ່ອນອອກໄປການ ແລະ ໂຮງຮຽນ. ພວກເຮົາລົມເລື່ອງນັ້ນ ເລື່ອງນີ້ສູ່ກັນຟັງ, ເບິ່ງໂທລະພາບນໍາກັນ ຮອດເລື່ອງຕະລົກ ກໍພາກັນຫົວ ດ້ວຍຄວາມມ່ວນຊື່ນ. ຍາມວ່າງວັນເສົາ-ທິດ ຄອບຄົວຂ້ອຍ ໄປຫຼິ້ນກິນເຂົ້າປ່າ, ໄປຢາມພໍ່ເຖົ້າແມ່ເຖົ້າ. ສິ່ງເຫຼົ່ານີ້ ຂາດຫາຍໄປຈາກຄອບຄົວຍາມໃດ ຂ້ອຍບໍ່ໄດ້ສັງເກດ ເພາະຂ້ອຍຕັ້ງໃຈ ເຮັດແຕ່ວຽກ ພໍເລີກວຽກ ຂ້ອຍກໍມັກອອກໄປ ຫາຄວາມສຸກທາງນອກຍ້ອນຂ້ອຍຄິດວ່າ ເປັນຄວາມສຸກ ເລັກໆນ້ອຍໆ ເປັນທໍາມະດາຂອງຜູ້ຊາຍ.

3 ເດືອນຜ່ານໄປ, ຂ້ອຍໄດ້ເຫັນຄວາມສຸກຂອງລູກ ແລະ ເມຍຫຼາຍຂຶ້ນ ໜ້າຕາເບີກບານມ່ວນຊື່ນ, ຂ້ອຍມີຄວາມສຸກຫຼາຍ ເມື່ອໄດ້ໃຊ້ເວລາ ຢູ່ຮ່ວມກັບຄອບຄົວ ຈົນລືມອອກໄປຫາ ຄົນຮັກໃໝ່. ຂ້ອຍໄດ້ມານັ່ງຄິດ ທົບທວນ ຕົນເອງຄືນໃໝ່ ຕັ້ງແຕ່ໄດ້ສ້າງ ຄອບຄົວທໍາອິດ, ຂ້ອຍເອົາເວລາເຮັດວຽກ ເພື່ອສ້າງເນື້ອສ້າງຕົວ ໃຫ້ຄອບຄົວ ມີເສດຖະກິດ ທີ່ດີ, ຂ້ອຍກັບມາຖາມຕົນເອງ ອີກຄັ້ງວ່າ: ຂ້ອຍຕ້ອງການຫຍັງກັນແທ້ ໃນຊີວິດ, ຄູ່ຊີວິດ ທີ່ຢູ່ຮ່ວມກັນ ມາເກືອບ 20 ປີ ຫຼື ຄູ່ນອນທີ່ພໍ້ກັນ ບໍ່ຮອດປີ. ຂ້ອຍຈະເລືອກຍິງ ຄົນໜຶ່ງທີ່ເສຍສະຫຼະ ທຸກຢ່າງ ເພື່ອຄວາມສຸກ ຂອງຂ້ອຍ ແລະ ຄອບຄົວ ຫຼື ຈະເລືອກຜູ້ຍິງ ອີກຄົນໜຶ່ງ ທີ່ຫາກໍເຂົ້າມາ ໃນຊີວິດຂ້ອຍ ແລະ ຕ້ອງການຄວາມສຸກ ຈາກຂ້ອຍພຽງຢ່າງດຽວ.

ສຸດທ້າຍ ຂ້ອຍໄດ້ຕັດສິນໃຈ ໄປບອກເຊົາກັບຄົນຮັກໃໝ່ ແລະ ຕັ້ງໃຈວ່າ: ຂ້ອຍຈະເປັນຜົວທີ່ດີ ຂອງເມຍ, ພໍ່ທີ່ດີຂອງລູກ. ເມື່ອຮອດເຮືອນ ຂ້ອຍເຫັນພຽງເຮືອນຮ້າງ ທີ່ໄຮ້ຄົນຢູ່, ເຫັນໃບຢ່າຮ້າງ ແລະ ຂໍ້ຄວາມປະໄວ້ໜ້າໂຕະ ທີ່ຂຽນວ່າ: “ຈັນ ດີໃຈທີ່ໄດ້ແຕ່ງດອງ ກັບອ້າຍ ປ້ອງ ຕໍ່ໄປຂໍໃຫ້ອ້າຍ ປ້ອງ ມີຄວາມສຸກກັບຊີວິດໃໝ່ ກັບຄົນໃໝ່ ຂອງອ້າຍ” ພໍແຕ່ອ່ານຈົບ ນໍ້າຕາຂ້ອຍ ກໍໄຫຼອອກມາ ໂດຍບໍ່ຮູ້ສຶກຕົວ, ນໍ້າຕາຂອງຄວາມເສຍໃຈ ນໍ້າຕາຂອງການ ຕັດສິນໃຈ ຊ້າເກີນໄປ. ຢ່າງໜ້ອຍໃຫ້ຂ້ອຍ ໄດ້ບອກຄໍາຂໍໂທດ, ເຖິງຂ້ອຍຈະຜິດພາດໄປ ແຕ່ຂ້ອຍກໍຍັງເລືອກ ຈັນ, ຂ້ອຍຍັງຮັກລາວ ຍິງທີ່ເສຍສະຫຼະ ທຸກຢ່າງ ເພື່ອຂ້ອຍ.

ເມື່ອຮູ້ສຶກເຖິງຄວາມຮັກ ຂອງຄໍາວ່າ ຄອບຄົວ ກໍໃນມື້ທີ່ບໍ່ເຫຼືອໃຜແລ້ວ. ຄວາມຜິດພາດໃນຄັ້ງນີ້ ສອນໃຫ້ຂ້ອຍຮູ້ວ່າ ຢ່າເບິ່ງຂ້າມຄົນ ທີ່ຢູ່ຂ້າງກາຍ ຫຼາຍກວ່າຄົນຂ້າງໃຈ, ຢ່າຕັດສິນ ຄົນຍ້ອນອາລົມ ຫຼາຍກວ່າເຫດຜົນ, ຢ່າດ່ວນຕັດສິນໃຈເພາະອາດຈະເສຍໃຈ ໄປຕະຫຼອດຊີວິດ. ບາງຄົນມັກຊອກຫາ ຄົນທີ່ເຮັດ ໃຫ້ຕົນເອງມີຄວາມສຸກ ຈົນລືມຄິດໄປວ່າ ການທີ່ບໍ່ມີ ຄວາມທຸກ ມັນກໍພຽງພໍແລ້ວ.

ໂດຍ: ພອຍລິນດາ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!