965
ປະຫວັດຄວາມເປັນມາ ຂອງວັນເຂົ້າພັນສາ ໃນທາງພຸດທະສາສະໜານັ້ນຄື: “ວັນເຂົ້າພັນສາ” ເປັນວັນທີ່ພະສົງ ເຖຣະວາດຈະອະທິຖານວ່າ ຈະພັກປະຈຳຢູ່ທີ່ໃດທີ່ໜຶ່ງ ຕະຫຼອດໄລຍະເວລາລະດູຝົນ ທີ່ມີກຳນົດເປັນໄລຍະເວລາ 3 ເດືອນ ຕາມທີ່ພະທໍາວິໄນບັນຍັດໄວ້ ໂດຍບໍ່ໄປຄ້າງແຮມທີ່ບ່ອນອື່ນ ຫຼື ທີ່ເອີ້ນຕິດປາກກັນໂດຍທົ່ວໄປວ່າ “ຈຳພັນສາ” ນັ້ນເອງ. ປະຫວັດວັນເຂົ້າພັນສາ “ເຂົ້າພັນສາ” ແປວ່າ “ພັກຝົນ” ໝາຍເຖິງ ພະພິກຂຸສົງ ຕ້ອງຢູ່ປະຈຳໃນວັດໃດວັດໜຶ່ງ ລະຫວ່າງລະດູຝົນ ສາເຫດທີ່ໃຫ້ເກີດມີ ວັນເຂົ້າພັນສາ ຍ້ອນພະພິກຂຸໃນສະໄໝພຸດທະການ ມີໜ້າທີ່ຈະຕ້ອງ ຈາຣິກໂປດສັດ ແລະ ເຜີຍແຜ່ພະທໍາຄໍາສັ່ງສອນ ແກ່ປະຊາຊົນໄປໃນທີ່ຕ່າງໆ ບໍ່ຈຳເປັນຕ້ອງມີບ່ອນຢູ່ປະຈຳ ແມ່ນໃນລະດູຝົນ ຊາວບ້ານຈຶ່ງຕໍາໜິວ່າ ໄປຢຽບເຂົ້າກ້າ ແລະ ພືດພັນອື່ນໆ ຈົນເສຍຫາຍ ພະພຸດທະເຈົ້າຈຶ່ງຊົງວາງ.
ລະບຽບການຈຳພັນສາ ໃຫ້ພະພິກຂຸ ຢູ່ປະຈຳທີ່ບ່ອນເກົ່າຕະຫຼອດ 3 ເດືອນ ໃນລະດູຝົນ ຄືເລີ່ມຕັ້ງແຕ່ວັນແຮມ 1 ຄ່ຳ ເດືອນ 8 ຂອງທຸກປີ ເອີ້ນວ່າ “ປຸຣິມພັນສາ” ຖ້າປີໃດມີເດືອນ 8 ສອງຄັ້ງ (ສອງຫົນ) ກໍເລື່ອນມາເປັນ ວັນແຮມ 1 ຄ່ຳ ເດືອນແປດ ຫຼັງ ແລະ ອອກພັນສາ ໃນວັນຂຶ້ນ 15 ຄ່ຳ ເດືອນ 11 ເອີ້ນວ່າ “ປັດສິມພັນສາ” ເວັ້ນແຕ່ມີກິດທຸລະ ຄືເມື່ອເດີນທາງໄປແລ້ວ ບໍ່ສາມາດຈະກັບໄດ້ໃນມື້ນັ້ນ ກໍຊົງອະນຸຍາດໃຫ້ໄປແຮມຄືນໄດ້ ຄາວໜຶ່ງບໍ່ເກີນ 7 ຄືນ ຮຽກວ່າ “ສັດຕາຫະ” ຫາກເກີນກຳນົດນີ້ ຖືວ່າບໍ່ໄດ້ຮັບປະໂຫຍດ ແຫ່ງການຈຳພັນສາ ຈັດວ່າພັນສາຂາດ. ຂໍ້ຍົກເວັ້ນ ໃຫ້ພິກຂຸຈຳພັນສາ ທີ່ບ່ອນອື່ນໄດ້ ໂດຍບໍ່ຖືເປັນການຂາດພັນສາ ເວັ້ນແຕ່ເກີນ 7 ວັນ ໄດ້ແກ່:
-
ການໄປຮັກສາພະຍາບານພິກສຸ ຫຼື ບິດາມານດາທີ່ເຈັບປ່ວຍ;
-
ການໄປລະງັບພິກຂຸສາມະເນນທີ່ຢາກຈະສິກບໍ່ໃຫ້ສິກໄດ້;
-
ການໄປເພື່ອກິດທຸລະຂອງຄະນະສົງ ເຊັ່ນ: ການໄປຫາອຸປະກອນມາປົວແປງກຸຕິທີ່ເປ່ເພ;
-
ຫາກທາຍົກນິມົນຕໍ່ໄປທຳບຸນ ກໍໄປສະຫຼອງສັດທາ ໃນການບຳເພັນກຸສົນຂອງເຂົາໄດ້ ນອກຈາກນີ້ ຫາກລະຫວ່າງ ເດີນທາງ ກົງກັບວັນຢຸດເຂົ້າພັນສາພໍດີ ພະພິກຂຸສົງເຂົ້າມາທັນໃນໝູ່ບ້ານ ຫຼື ໃນເມືອງ ກໍພໍຈະຫາທີ່ພັກພິງໄດ້ ຕາມສົມຄວນ ແຕ່ຖ້າມາບໍ່ທັນ ກໍອາໄສເຫງົ້າໄມ້ໃຫຍ່ ເປັນທີ່ພັກແຮມ ຊາວບ້ານເຫັນພະ ໄດ້ຮັບຄວາມລຳບາກເຊັ່ນນີ້ ຈຶ່ງຊ່ວຍກັນປຸກຕູບເພື່ອໃຫ້ທ່ານໄດ້ອາໄສພັກຝົນ ຮ່ວມກັນຫຼາຍໆອົງ ທີ່ພັກດັ່ງກ່າວນີ້ ເອີ້ນວ່າ: “ວິຫານ” ແປວ່າ ທີ່ຢູ່ຂອງສົງເມື່ອໝົດແລ້ວ ພະສົງທ່ານອອກຈາຣິດຕາມກິດ ຂອງທ່ານ ຄັນຍາມເຖິງໜ້າຝົນໃໝ່ ທ່ານກໍກັບມາພັກອີກ ເພາະສະດວກດີ ແຕ່ບາງທ່ານຢູ່ປະຈຳເລີຍ ບາງທີເສດຖີ ທີ່ມີຈິດສັດທາເຫຼື້ອມໃສ ໃນພະພຸດທະສາສະໜາ ກໍເລືອກຫາສະຖານທີ່ ສະຫງົບງຽບ ບໍ່ຫ່າງໄກຈາກຊຸມຊົນປານໄດ ສ້າງທີ່ພັກ ເອີ້ນວ່າ: “ອາຣາມ” ໃຫ້ເປັນທີ່ຢູ່ຂອງສົງ ດັ່ງເຊັ່ນປັດຈຸບັນນີ້.