Home » ທຳບຸນຮ່ວມຊາດ ຕັກບາດຮ່ວມຂັນ

ທຳບຸນຮ່ວມຊາດ ຕັກບາດຮ່ວມຂັນ

ໂດຍ ຄໍາສັບລາວ

ທຳບຸນແມ່ນໝາຍເຖິງ ການທຳຄວາມດີ, ການໃຫ້ທານ. ຕັກບາດໝາຍເຖິງ ການນຳເອົາວັດຖຸເຂົ້າຂອງ ໄປໃສ່ໃນບາດໃຫ້ພະສົງ, ການທຳບຸນຮ່ວມຊາດແມ່ນ ການທຳຄວາມດີ, ໃຫ້ທານຮ່ວມກັນຫຼາຍໆຄົນ. ການຕັກບາດຮ່ວມຂັນ ແມ່ນ ການຮ່ວມກັນໃຫ້ທານ ຫຼື ເອົາຂອງໄປໃສ່ໃນບາດ ເພື່ອຫວັງວ່າ ຈະໄດ້ບຸນກຸສົນຮ່ວມກັນ, ເກີດຊາດໜ້າຈະໄດ້ພົບພໍ້ກັນອີກ. ເຊື່ອວ່າຜູ້ທີ່ໄດ້ເປັນຜົວເມຍກັນນັ້ນ ກໍຍ້ອນຊາດກ່ອນໄດ້ຕັກບາດຮ່ວມຂັນ ເກີດມາຈຶ່ງໄດ້ເປັນຄູ່ ແລະ ພົບກັນອີກ.

(ອ່ອນສີ, 2007:76)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!