Home » ໄຂຢາຕໍ່ໜ້າແຂກ

ໄຂຢາຕໍ່ໜ້າແຂກ

ໂດຍ ຄໍາສັບລາວ

ການທີ່ໄຂຢາ ຕໍ່ໜ້າແຂກ ໃນທີ່ນີ້ ໝາຍເຖິງ ການແກະຫໍ່ຢາສູບ ເພື່ອຈະເອົາ ຢາເສັ້ນມາພັນ ເປັນກອກຢາສູບ ແລ້ວເອົາມາສູບ ຕໍ່ໜ້າຄົນອື່ນ ເມື່ອຜູ້ທີ່ມັກ ສູບຢາຄືກັນເຫັນ ກໍຂໍສູບ ແລະ ຜູ້ອື່ນເຫັນ ກໍຂໍສູບນຳເລື້ອຍໆ. ດ້ວຍເຫດນີ້, ຈຶ່ງສົ່ງຜົນໃຫ້ຕົນເອງ ໄດ້ຮັບຄວາມເດືອດຮ້ອນ. ຄຳໂຕງໂຕຍນີ້ ໝາຍເຖິງ ການເປີດເຜີຍ ຄວາມລັບ ຂອງຕົນເອງ ໃຫ້ຄົນອື່ນຮູ້ ເຊິ່ງຄົນອື່ນ ທີ່ຮັບຮູ້ນັ້ນ ອາດຄິດດີ ຫຼື ບໍ່ດີຕໍ່ຕົນ ກໍບໍ່ຮູ້. ດັ່ງນັ້ນ, ການຈະກະທຳ ສິ່ງໃດສິ່ງໜຶ່ງ ຄວນຄິດໄຕ່ຕອງ ໃຫ້ຮອບຄອບກ່ອນຈະເຮັດ ຈຶ່ງເປັນຜົນດີ ແກ່ຕົນເອງ ແລະ ຄົນອ້ອມຂ້າງ.

(ດວງຈັນ, 1999:33)

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!