Home » ວິທີທ້ອນເງິນ ແບບມະນຸດເງິນເດືອນ

ວິທີທ້ອນເງິນ ແບບມະນຸດເງິນເດືອນ

ໂດຍ ຄໍາສັບລາວ

ການ​ໃຊ້​ຊີວິດ ​ໂດຍ​ປາສະ​ຈາກ ​ການວາງ​ແຜນ ຖື​ເປັນ​ຊີວິດ ​ທີ່​ຂ້ອນຂ້າງສ່ຽງ ​ໂດຍ​ສະ​ເພາະ ​ໃນ​ເລື່ອງ​ການ​ເງິນ ຖ້າ​ບໍ່​ມີ​ ການຈັດ​ລະບົບ​​ໃຫ້​ດີ ​ເມື່ອ​ຮູ້​ຕົວ ​​ກໍ​ອາດ​ຈະ​ສວາຍ ​ເກີນ​ໄປ ​ເພາະ​ການ​​ປະສົບ​ກັບ ​ບັນຫາ​ ທາງ​ການ​ເງິນ ​ແບບ​ຫຼີກ​ບໍ່​ໄດ້ ຕ້ອງ​ຍອມຮັບ​ວ່າ ຄົນເຮັດວຽກ ລໍຖ້າ​ເງິນ​ເດືອນນີ້ ​ສ່ວນ​ໜຶ່ງ​ຍັງ​ບໍ່​ສາມາດ ບໍລິຫານ​ເງິນ​ ໄດ້​ດີ​ເທົ່າ​ທີ່​ຄວນ, ​ແຕ່​ເຊື່ອ​ວ່າ ​ເຮົາສາມາດ ​ຮັບ​ມື​ກັບ​ມັນ​ໄດ້​ ຖ້າ​ຮູ້ ຈັກ​ວາງ​ແຜນ ​ແລະ ​ໃສ່​ໃຈ​ກັບ ​ອະນາຄົດ ​ທາງ​ດ້ານ​ການ​ເງິນ​ ຂອງ​ຕົນ​ເອງ​ ໃຫ້​ຫຼາຍ​ຂຶ້ນ. ​ຖ້າໃນ​ແຕ່​ລະ​ມື້ ​ມີຄ່າ​ໃຊ້​ຈ່າຍ ​ເພີ່ມ​ຂຶ້ນ​ເລື້ອຍໆ ຈົນ​ບໍ່​ຮູ້​ວ່າ​ຈະ​ເລີ່​ມ ຈາກຈຸດ​ໃດ​ດີ, ​ລອງມາອ່ານວິທີ​ ການວາງ​ແຜນ ​ທ້ອນ​ເງິນ ທີ່ບໍ່​ຍາກ​ເກີນ​ ຄວາມ​ສາມາດ​ ຂອງ​ທ່ານດັ່ງນີ້:

  1. ຫຼຸດ​ຄ່າ​ໃຊ້​ຈ່າຍ​ທີ່​ບໍ່​ຈຳ​ເປັນ: ຄົນ​ເຮັດ​ວຽກ​ທຸກ​ຄົນ​ ອາດ​ຈະ​ຮູ້ສຶກ​ວ່າ ​ທຸກ​ສິ່ງ​ທຸກ​ຢ່າງ ​ທີ່ຢູ່​ອ້ອມ​ຕົວ​ເຮົາ ມັນ​ເປັນ​ສິ່ງ​ທີ່​ ຈຳ​ເປັນ​ທັງໝົດ ​ເຮັດ​ໃຫ້ ​ຕັດສິນ​ໃຈ​ໄດ້​ຍາກ ​​ແຕ່​ເມື່ອ​ຮອດ​ເວລາ​ ຕ້ອງ​ວາງ​ແຜນການ​ເງິນ ​ເຮົາ​ກໍ​ຈະ ​ເຫັນ​ໂລດ​ວ່າ ສິ່ງ​ໃດ​ຈຳ​ເປັນ​ທີ່ສຸດ ຫຼື ບໍ່ຈໍາເປັນ ພໍເທົ່າໃດ ​ເຊັ່ນ: ກິນອາຫານ​ລາ​ຄາ​ແພງ, ຊື້​​ເຄື່ອງນຸ່ງ​ ທີ່​ໃຊ້​ພຽງ​ເທື່ອ​ດຽວ, ຖ້າ​ເຮົາ​ສາມາດ ​ຄວບ​ຄຸມ​ຄ່າ​ໃຊ້​ຈ່າຍ ​ທີ່​ບໍ່​ຈຳ​ເປັນ​ໄດ້ ​ເຮົາ​ກໍ​ຈະ​​ເຫັນ​ເງິນ ​ຢ່າງ​ແນ່ນອນ.

  2. ທ້ອນ​ກ່ອນ​ ຈຶ່ງ​ຈ່າຍ: ຫຼາຍ​ຄົນ​ເລືອກ ທີ່​ຈະ​ໃຊ້​ຈ່າຍ​ກ່ອນ ​ເຫຼືອ​ເທົ່າ​ໃດ​ແລ້ວ ​ຈຶ່ງ​ທ້ອນ ​ ເຊິ່ງມັນ​ອາດ​ຈະ ​ບໍ່​ແມ່ນ​ວິທີ​ ທີ່​ຖືກຕ້ອງ​ປານ​ໃດ, ​ເຮົາ​ຄວນ​ປ່ຽນ​ ມາ​ໃຊ້​ວິທີ​ ທ້ອນ​ກ່ອນ​ ແລ້ວ​ຈຶ່ງ​ຈ່າຍ ຈະ​ເຮັດ​ໃຫ້​ເຮົາ ​ມີ​ເງິນ​ເຫຼືອ​ຫຼາຍ​ຂຶ້ນ ​ເພາະ​ເຮົາ​ໄດ້​​ເອົາ ​ເງິນ​ສ່ວນ​ໜຶ່ງ ​ອອກ​ໄປ​ແລ້ວ ​ເຮົາ​ກໍ​ຈະ​ໃຊ້​ເງິນ ​ໄດ້​ແບບ​ອຸ່ນ​ໃຈ​ຫຼາຍ​ຂຶ້ນ ​ເຮົາ​ອາດ​ຈະ​ໃຊ້ ​ຮູບ​ການເປີດ ​ບັນຊີ​ເງິນ​ຝາກ​ປະຈຳ​ ​ເພື່ອ​ຊ່ວຍ​ທ້ອນ​ເງິນ ​ໂດຍ​ບໍ່​ເອົາ​ເງິນ​ສ່ວນ​ນີ້​ ມາ​​ໃຊ້ຈ່າຍ ​ແລະ​ ເປັນ​ການ​ສ້າງ​ນິ​ດໄສ​ ການ​ທ້ອນ​ເງິນ ​ໃຫ້​ກັບ​ຕົນ​ເອງ.

  3. ຕັ້ງ​ເປົ້າໝາຍ​ໃນ​ການ​ທ້ອນ​ເງິນ: ໃນ​​ໄລຍະ​ທີ່​ເຮົາ​ເລີ່​ມຕົ້ນ ​ທ້ອນ​ເງິນ ​ໃຫ້​ບັນ​ທຶກ​ລາຍ​ຮັບ-ລາຍ​ຈ່າຍ​ນຳ​ອີກ ​ເພື່ອ​ໃຫ້​​ເຫັນ​ວ່າ ​ໃນ​ແຕ່​ລະ​ມື້​ໄດ້ ​ຈ່າຍ​ເງິນ​ ໄປ​ເທົ່າ​​ໃດ​ແລ້ວ ​ໃຫ້​ເລີ່​ມຕັ້ງ​ເປົ້າ​ ໃນ​ການ​ທ້ອນ​ເງິນ ​ໃຫ້​ກັບ​ຕົວ​ເອງ​ວ່າ ​ເຮົາ​ຈະ​ເອົາ​ເງິນ ​ໄປ​ຊື້​ລົດ, ຊື້​ເຮືອນ ຫຼື ທ່ອງ​ທ່ຽວ ​ຕ່າງປະ​ເທດ ​ແລະ ​ສຸດ​ທ້າຍ​ເຮົາ​ ກໍ​ຈະ​ຮູ້​ວ່າ ​ເຮົາ​ຈະ​ມີ​ຄວາມສຸກ​ ກັບ​ການ​ທ້ອນ​ເງິນ​ ເປັນ​ກ້ອນ​ໄດ້.

  4. ລົງທຶນ​ບາງ​ສ່ວນ​ກັບ​ກອງ​ທຶນ: ຖ້າ​ເຮົາ​ມີ ​ເງິນ​ທ້ອນ​ບາງ​ກ້ອນ ​ໃຫ້​ລອງ​ເອົາ​ເງິນ​ນັ້ນ ​ມາ​ລົງທຶນ​ກັບ​ ກອງ​ທຶນ​ຕ່າງໆ ຫຼື ປ່ອຍ​ເງິນ​ກູ້​ ກິນ​ດອກ​ເບ້ຍ ​ແຕ່​ກ່ອນ​ຈະ​ລົງທຶນ ​ເຮົາ​ຕ້ອງ​ສຶກສາ​ຂໍ້​ມູນ ​ໃຫ້​ດີກ່ອນ ຄິດ​ໄລ່ວ່າ ​ມັນ​ຄຸ້ມ​ແລ້ວ​ບໍ່? ບໍ່​ດັ່ງ​ນັ້ນ, ​ອາດ​ຈະ​ເກີດ​ບັນຫາ ນຳ​​ຫຼັງ ​ຕາມ​ມາໄດ້ ການ​ລົງທຶນ​ນັ້ນ ​ແມ່​ນ ລົງທຶນ​ຕາມ​ເງິນ ​ທີ່​ເຮົາ​ຈ່າຍ​ໄດ້​ ໂດຍ​ບໍ່​ໃຫ້​ເດືອດ​ຮ້ອນ ເງິນ​ໃນ​ສ່ວນ​ນີ້ ​ບໍ່​ໃຫ້​ກ່ຽວ​ກັບ​ເງິນ ​ທີ່​ເຮົາ​ຈ່າຍ​ໃນ​ແຕ່​ລະ​ມື້ ດັ່ງ​ນັ້ນ, ​​ເຮົາ​ອາດ​ຈະ​ພົບ ​ກັບ​ບັນຫາ ​ຢ່າງ​ແນ່ນອນ.

ນີ້ເປັນບາງວິທີການ ທີ່ພວກເຮົາ ຄຳສັບລາວ ນໍາມາຝາກ ໃຫ້ທ່ານຜູ້ອ່ານ ລອງນໍາໄປ ປະຕິບັດ ເຊື່ອວ່າ ອາດຈະເປັນຊ່ອງທາງ ຊ່ວຍທ່ານໄດ້ມີເງິນທ້ອນໄວ້ ໃຊ້ໃນອະນາຄົດ ພາຍຫຼັງ ທີ່ທ່ານປະຕິບັດ ວຽກງານມາຢ່າງອິດເມື່ອຍ ໃນແຕ່ລະເດືອນ.

ໂດຍ: ພອຍລິນດາ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!