570
ຫຼາຍຄົນ ມັກຖາມກັບຕົວເອງວ່າ ເປັນຫຍັງ ບໍ່ຮັ່ງຄື ຄົນອື່ນຈັກເທື່ອ ໃນເມື່ອ ລາຍໄດ້ ທີ່ເຂົ້າມາ ກໍສາມາດທ້ອນໄດ້ ຄືກັນ ແຕ່ຄວາມເປັນຈິງແລ້ວ ເງິນ ມັກບໍ່ມີໃຫ້ທ້ອນ ຈັກກີບ ຊໍ້າບໍ່ໜໍາ ບາງເດືອນ ຮອດບໍ່ມີເງິນ ໃຫ້ຈ່າຍຊ້ຳ. ແຕ່ບໍ່ຕ້ອງຄິດຫຼາຍ ເພາະບັນຫາເຫຼົ່ານີ້ ມີທາງແກ້ສະເໝີ ແລະ ຄຳສັບລາວ ໄດ້ຊອກຫາ ເຫດຜົນເຫຼົ່ານັ້ນ ມາໃຫ້ທ່ານ ຜູ້ອ່ານ ໄດ້ຮູ້ຈັກ ແລະ ຫຼີ້ກລ້ຽງ ພຶດຕິກຳຕ່າງໆນັ້ນ ເບິ່ງແລ້ວ ທ່ານກໍຈະ ມີເງິນທ້ອນໄວ້ ໃນອະນາຄົດ ຈົນກາຍເປັນ ຄົນຮັ່ງ ມີໄດ້ໃນທີ່ສຸດ.
-
ເລີ່ມຕົ້ນການທ້ອນເງິນຊ້າ.
ບໍ່ຄວນປ່ອຍໃຊ້ຈ່າຍເງິນ ໂດຍບໍ່ຄິດທ້ອນເງິນ ດົນຈົນເກີນໄປ ທັ້ງທີ່ ທ່ານກໍສາມາດ ທ້ອນເງິນໄດ້ ຕັ້ງແຕ່ຕອນເລີ່ມ ເຮັດວຽກໃໝ່ ເຖິງວ່າ ທ່ານຈະທ້ອນ ບໍ່ຫຼາຍ ແຕ່ທ່ານ ກໍຕ້ອງມີສ່ວນ ທີ່ທ້ອນໄວ້ແດ່ກໍດີ ເພາະອະນາຄົດ ຈະເກີດຫຍັງຂຶ້ນ ກັບຊີວິດເຮົາ ແບບໃດ ກໍຍັງບໍ່ຮູ້ ແລ້ວເຮົາກໍບໍ່ຮູ້ວ່າ ຈະມີໃຜສາມາດ ຊ່ວຍເຮົາໄດ້ຫຼືບໍ່.
-
ບໍ່ຄວບຄຸມຄ່າໃຊ້ຈ່າຍ.
ຫຼາຍຄົນ ມັກພົບກັບ ບັນຫາ ຂາດເຂີນ ເງິນຄຳ ໃຊ້ຈ່າຍ ໃນແຕ່ລະວັນ ໄດ້ເງິນຫຼາຍເທົ່າໃດ ກໍຍັງບໍ່ພໍ ມະນຸດເງິນເດືອນ ບາງຄົນ ໄດ້ຮັບເງິນເດືອນ ຕົ້ນເດືອນ ຜ່ານໄປບໍ່ຮອດເດືອນ ກໍເກືອບຈະ ບໍ່ມີເງິນຈ່າຍແລ້ວ ສິ່ງເຫຼົ່ານັ້ນ ກໍຍ້ອນ ທ່ານບໍ່ມີການຄວບຄຸມ ຄ່າໃຊ້ຈ່າຍ ເຊິ່ງວິທີແກ້ບັນຫາ ກໍບໍ່ຍາກ ພຽງແຕ່ທ່ານ ເລີ່ມຈັດລາຍຮັບ-ລາຍຈ່າຍ ເທົ່ານັ້ນ ທ່ານກໍຈະ ສາມາດຄວບຄຸມ ຄ່າໃຊ້ຈ່າຍ ໄດ້ດີຂຶ້ນ.
-
ເອົາແຕ່ເວົ້າບໍ່ຍອມປະຕິບັດ
ບາງຄົນອາດຈະຕັ້ງໃຈ ກັບການທ້ອນເງິນ ແລະ ເວົ້າກັບຕົນເອງ ຢູ່ຕະຫຼອດວ່າ ຈະທ້ອນເງິນ ໃຫ້ໄດ້ ຈະປະຫຍັດ ໃຫ້ຫຼາຍຂຶ້ນ ແຕ່ຄວາມເປັນຈິງ ບໍ່ເຮັດ, ບໍ່ປະຕິບັດ ຈັກເທື່ອ ແລະ ມັນກໍເປັນ ເຫດຜົນໜຶ່ງ ທີ່ເຮັດໃຫ້ທ່ານ ບໍ່ມີເງິນທ້ອນ ຫຼື ຮັ່ງມີ ຂຶ້ນມາໄດ້ ເພາະຄຳເວົ້າ ບໍ່ສາມາດໃຫ້ ສິ່ງເຫຼົ່ານັ້ນໄດ້ ຕ້ອງລົງມື ປະຕິບັດພ້ອມ ຈຶ່ງຈະເຫັນຜົນ.
-
ບໍ່ມີຄວາມອົດທົນ.
ທຸກຄົນ ລ້ວນແຕ່ມີສິ່ງ ທີ່ຍາກທີ່ຈະ ເຮັດໄດ້ ຫຼື ຍາກທີ່ຈະເຮັດ ພ້ອມກັນ ທັງໝົດ ແຕ່ຢູ່ທີ່ວ່າ ເຮົາຈະສາມາດ ອົດໃຈໄວ້ ໄດ້ຫຼາຍພຽງໃດ ຖ້າວ່າທ່ານ ຄົນໃຈອ່ອນ ກໍບອກໄດ້ເລີຍວ່າ ທ່ານຕ້ອງເສີຍເງິນ ຈຳນວນຫຼາຍ ກັບສິ່ງທີ່ຢາກໄດ້ ຢ່າງແນ່ນອນ ແລະ ນັ້ນກໍຄື ຕົວການ ທີ່ທຳຮ້າຍ ອະນາຄົດ ຄວາມຮັ່ງມີ ຂອງທ່ານເອງ ເຮັດໃຈແຂງ ໃຫ້ຫຼາຍທີ່ສຸດ ແລ້ວຈະຮູ້ວ່າ ທ່ານຈະທ້ອນເງິນ ໄດ້ຫຼາຍຂຶ້ນແນ່ນອນ.
-
ການເປັນໜີ້