ວັນ

ໂດຍ ຄໍາສັບລາວ

1 ນ. ໄລ​ຍະ​ເວ​ລາ 12 ຊົ່ວ​ໂມງ ຕັ້ງ​ແຕ່​ແຈ້ງ​ຮອດ​ຄ່ຳ, ເວ​ລາ​ທີ່​ຍັງ​ເຫັນ​ຕາ​ເວັນ​ຢູ່, ເວ​ລາ​ຍັງ​ບໍ່​ຄ່ຳ, ຕາ​ເວັນ, ພະ​ອາ​ທິດຢ່າງວ່າ “ພໍ​ເມືອ​ວັນ​ໃສ​ຊ້າຍ ທິນ​ປະ​ກອນກັ້ງ​ຮົ່ມ”.

2 ນ. (ປ.) ປ່າ​ໄມ້, ດົງ.

3. ແມງ​ຈຳ​ພວກ​ໜຶ່ງ​ມັກ​ຕອມ​ຂອງ​ບູດ​ ເນົ່າເອີ້ນ ແມ​ງວັນ.

4 ນ. (ປ.) ບາດ, ຝີ.

5 ນ. ມາ​ຈາກວັນ​ນະ ແປ​ວ່າ ສີ, ຜີວ, ແນວ, ຢ່າງ, ເພດ, ໜັງ​ສື.

6 ນ. ຊື່​ຂອງວັນ​ທັງ 7 ຄື ວັນ​ທິດ ວັນ​ຈັນ ວັນ​ອັງ​ຄານ ວັນ​ພຸດ ວັນ​ປະ​ຫັດ ວັນ​ສຸກ ວັນ​ເສົາ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!