ລານ ໂດຍ ຄໍາສັບລາວ 12/07/2021 392 1 ນ. ຊື່ຕົ້ນໄມ້ຊະນິດໜຶ່ງ ຄືຕົ້ນຕານແຕ່ໃບຍາວກວ່າ ຄົນລາວບູຮານເພິ່ນເອົາມາຕັດແຕ່ງໃຫ້ພໍດີພໍງາມ ສຳລັບຂຽນ ຫຼືຈານໜັງສືໃສ່ ເອີ້ນວ່າ ໜັງສືໃບລານ. 2 ນ. ຮຽກແຜ່ນເຫຼັກບາງໆ ແລະ ຍາວມີລັກສະນະຄືໃບລານ ແຕ່ແຂງ ເຊິ່ງຫັນເຂົ້າ ແລະ ຢືດອອກເປັນກຳລັງຍູ້ ໃຫ້ຈັກຫັນ ເຊັ່ນລານໂມງ ເປັນຕົ້ນ. 3 ວ. ເອີ້ນສີເຫຼືອງ ທີ່ເປັນສີຄືດັ່ງສີໃບລານ. 4 ນ. ເດີ່ນແປນ ແລ ຮາບພຽງດີ, ດິນບ່ອນເສັຍຫຍ້າແປນ ແລະລວາດດວ້ຍຂີ້ຄວາຍ ແລ້ວປະໃຫ້ແຫ້ງ ໃຊ້ສຳລັບຟາດເຂົ້າ ຫຼືຕີເຂົ້າ. 5 ນ. ເດີ່ນຫິນລາດທີ່ມີໜ້າພຽງຮາບງາມ ເອີ້ນລານຫີນ ຫຼືພະລານຫີນ. 6 ນ. ເຄື່ອງໃສ່ເອົາປາຊະນິດໜຶ່ງສານດ້ວຍໄມ້ໄຜ່ ມີງາ ເອົາຂີ້ຮຳໃສ່ແລ້ວຊຳໄວ້ໃນນ້ຳ ປາສ້ອຍ ປາຂາວມັກເຂົ້າເທື່ອລະຫຼາຍໆ. 0 FacebookTwitterWhatsappLINEEmail