ຜອກ

ໂດຍ ຄໍາສັບລາວ

1 ກ. ທຳການລ້ຽງຜີ, ທຳການບະບົນໄຫ້ວວອນຜີ ເຊັ່ນ ເດັກນ້ອຍເກີດໃໝ່ພໍລ້ຽງແລ້ວ ຄົນບູຮານກໍຜອກຜີພາຍ ຜີປ່າ ພ້ອມທັງກ່າວຄຳຜອກວ່າ “ກູຫຸກ ກູຫຸກ ກຸກກູກຸກກູ ແມ່ນລູກສູເອົາໄປມື້ນີ້ ກາຍມື້ນີ້ເມື່ອໜ້າລູກກູ” (ປະເພນີ). 2 ວ. ເລີຍ, ເກີນ, ເຫຼືອ, ໂພດ ການເຮັດການທຳທີ່ເກີນຂອບເຂດ ເອີ້ນ ຜອກ, ຜອກພົ້ນກໍວ່າ ຢ່າງວ່າ “ຢ້ານຜອກພົ້ນ ມາແລ່ນຊູນຕໍ ເພີ່ນບໍ່ຂໍໂຕຊຳ້ພັດໃຫ້” (ປູ່).

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!