ບົດ

ໂດຍ ຄໍາສັບລາວ

1 ນ. ຊື່ພະພຸດທະຮູບທີ່ຂຽນ ຫຼືແຕ້ມໄວ້ໃນແຜ່ນຜ້າ. ມີຜູສັດທາ ແຕ່ເງິນບໍ່ຫຼາຍ ມັກສ້າງພະພຸດທະຮູບແຜ່ນຜ້ານີ້ເປັນພຸດທະບູຊາ, ບາງທ້ອງຖິ່ນເອີ້ນພະບົດ. 2 ວ. ມືດ, ຄຶ້ມ, ບໍ່ມີແດດ, ເວລາທີ່ຕາເວັນບໍ່ສ່ອງແສງ ເອີ້ນວ່າບົດ ດັ່ງວ່າ “ມະຫາເມກເຄົ້າ ຄະນົງເນ່ງບັງບົດ ສຸລະພາອຽງອວ່າຍແລງລົງໄມ້” (ສິນ). 3 ກ. ຕຳໃຫ້ມຸ່ນ, ສີໃຫ້ມຸ່ນ. 4 ນ. (ປ.) ທາງ, ທາງແຫ່ງການກະທຳ ຮຽກກຳມະບົດ, ທາງທີ່ເປັນຝ່າຍດີ ຮຽກກຸສົນກຳມະບົດ. 5 ນ. (ປ.) ຂໍ້ຄວາມ, ຫົວຂໍ້ເລື່ອງ ເຊັ່ນ ບົດທີໜຶ່ງ, ບົດທີສອງ, ບົດທີສາມ ເປັນຕົ້ນ. 6 ນ. ຊື່ເຫັດຊະນິດໜຶ່ງ ເກີດຕາມຂອນໄມ້ ເອີ້ນວ່າເຫັດບົດ ເວລາມັນແຫ້ງຄາຂອນເອີ້ນວ່າ ເຫັດກະດ້າງ.

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!